ຮອງປະທານສະພາແຫ່ງຊາດໂດ້ບ໋າຕິຕອນຮັບຄະນະຜູ້ແທນອະດີດຊາວໜຸ່ມຕະລຸມບອນລຸ່ນຕ່າງໆ

ຮອງປະທານສະພາແຫ່ງຊາດໂດ້ບ໋າຕິຕອນຮັບຄະນະຜູ້ແທນອະດີດຊາວໜຸ່ມຕະລຸມບອນລຸ່ນຕ່າງໆ - ảnh 1
ທ່ານຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ໂດ້​ບ໋າ​ຕິ
​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ອະ​ດີດ​ຊາວ​ໜຸ່ມ​ຕະ​ລຸມບອນ​ລຸ່ນ​ຕ່າງໆ
(ພາບ: TTXVN)

(vovworld) - ​ທີ່​ການ​ຕ້ອນ​ຮັບຄະ​ນະ​ຜູ້​ແທນ​ອະ​ດີດ​ຊາວ​ໜຸ່ມ​ຕະ​ລຸມບອນ​ລຸ່ນ​ຕ່າງໆ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ໂດ້​ບ໋າ​ຕິ ສະ​ເໜີ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ບັນ​ດາ​ຄະ​ນະ, ​ກະ​ຊວງ, ຂະ​ແໜງ​ການ​ຂັ້ນ​ສູນ​ກາງ, ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ສືບ​ຕໍ່​ເອົາ​ໃຈ​ໃສ່​ຜັນ​ຂະ​ຫຍາຍ​​ບັນ​ດາ​ນະ​ໂຍ​ບາຍ​ດ້ານ​ກົດ​ໝາຍ​ສຳ​ລັບ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ, ໃນ​ນັ້ນ​ມີ​ບັນ​ດາ​ອະ​ດີດ​ຊາວ​ໜຸ່ມ​ຕະ​ລຸ​ມບອນ​ທີ່​ເຂົ້າ​ຮ່ວມ​ການ​ຕໍ່​ສູ້ຢ່າງ​ຄົບ​ຊຸດ, ມີ​ປະ​ສິດ​ທິ​ຜົນ. ພ້ອມກັນ​ນັ້ນ, ບັນ​ດາຄະ​ນະ, ​ກະ​ຊວງ, ຂະ​ແໜງ​ການຂັ້ນ​ສູງ​ກາງ, ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ຕ້ອງ​ສຸມ​ໃສ່ກວດ​ກາ, ກຳ​ແໜ້ນ​ຈຳ​ນວນ​​ຄົນ​ທີ່​ໄດ້​ຊົມ​ໃຊ້​ນະ​ໂຍ​ບາຍ; ກວດ​ກາ​ຄືນ​ບັນ​ດາ​ຂໍ້​ກຳ​ນົດ​​ກ່ຽວ​ກັ​ບ​ລະ​ບຽບ​ການ, ຄວາມ​ເປັນ​ເອ​ກະ​ພາບ​ໃນ​ບັນ​ດາ​ເອ​ກະ​ສານ​ແນະ​ນຳ​ເພື່ອ​ໃຫ້​ຜູ້​ມີ​ຄຸນ​ງາ​ມ​ຄວາມ​ດີ​ເວົ້າ​ລວ​ມ, ອະ​ດ​ີດ​ຊາວ​ໜຸ່ມ​ຕະ​ລຸມບອນ​ເວົ້າ​ສະ​ເພາະ ໄດ້​ຮັບ​ບັນ​ດາ​ນະ​ໂຍ​ບາຍ​ຊອງ​ພັກ ແລະ​ ລັດ​ໂດຍ​ໄວ. ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ປາດ​ຖະ​ໜາ​ວ່າ, ​ບັນ​ດາ​ອະ​ດີດ​ຊາວ​ໜຸ່ມ​ຕະ​ລຸມບອນ​ສືບ​ຕໍ​ປະ​ກອບ​ສ່ວນ​ເຂົ້າ​ຮ່ວມ​ການ​ສ້າງ​ສາ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ຮັ່ງ​ມີ ແລະ ສວຍ​ງາມ.

ຂ່າວ/ບົດ​ອື່ນ