ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ອວຍພອນວັນຊາດ ລາວ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສປປ.ລາວ ຄົບຮອບ 44 ປີ (02/12/1975 – 02/12/2019), ວັນທີ 28 ພະຈິກ, ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນກະຊວງການຕ່າງປະເທດມາອວຍພອນສະຖານທູດ ລາວ ປະຈຳ ຮ່າໂນ້ຍ.
ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ອວຍພອນວັນຊາດ ລາວ - ảnh 1 ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຫວູ ແລະ ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ (ພາບ: Baoquocte.vn)

        ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຫວູ ເນັ້ນໜັກວ່າ ຫວຽດນາມ ຕີລາຄາສູງບັນດາຜົນງານອັນໃຫຍ່ຫລວງ ເຊິ່ງພັກ, ລັດ ແລະ ປະຊາຊົນ ລາວ ອ້າຍນ້ອງບັນລຸໄດ້ໃນ 44 ປີແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ. ປີ 2019, 2 ຝ່າຍໄດ້ຜັນຂະຫຍາຍບັນດາການພົວພັນຕ່າງປະເທດສຳຄັນ, ບັນລຸໄດ້ຜົນງານແທດຈິງຫລາຍຢ່າງ. ທ່ານ ຫງວຽນມິງຫວູ ກໍ່ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງສະຖານທູດ ລາວ ປະຈຳ ຫວຽດນາມ ແລະ ສະແດງຄວາມປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ດ້ວຍປະສົບການໃນວຽກງານຂອງຕົນ ແລະ ພະນັກງານ, ພາລະກອນສະຖານທູດ ລາວ ປະຈຳ ຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນການຊຸກຍູ້ການພົວພັນ 2 ຝ່າຍ.

        ສ່ວນທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ຢືນຢັນວ່າ: ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບຢ່າງຕັ້ງໜ້າໃຫ້ແກ່ການພັດທະນາຂອງການພົວພັນແບບພິເສດລະຫວ່າງ ລາວ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ