ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂອ້ລົມທາງໂທລະສັບກັບຮອງລັດຖະມົນຕີກະຊວງການຕ່າງປະເທດ ການາດາ

(VOVWORLD) -  ຕອນບ່າຍວັນທີ 12 ມີນາ, ຕາມການສະເໜີຈາກຝ່າຍ ການາດາ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດ ການາດາ Marta Morgan.
ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂອ້ລົມທາງໂທລະສັບກັບຮອງລັດຖະມົນຕີກະຊວງການຕ່າງປະເທດ ການາດາ - ảnh 1 ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ

        ໃນການໂອ້ລົມທາງໂທລະສັບ, 2 ຝ່າຍໄດ້ຕີລາຄາສູງຕໍ່ການພັດທະນາອັນດີງາມຂອງການພົວພັນ 2 ຝ່າຍໃນຫລາຍຂົງເຂດ, ເປັນຕົ້ນແມ່ນພາຍຫລັງທີ່ 2 ປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2017 ແລະ ຜັນຂະຫຍາຍສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP); 2 ຝ່າຍໄດ້ເຫັນດີເປັນເອກະພາບຈະຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ຮັກສາບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງກະຊວງການຕ່າງປະເທດ 2 ປະເທດ. 2 ຝ່າຍໄດ້ຢັ້ງຢືນວ່າ ຈະສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນໃນປີ ຫວຽດນາມ ຮັບບົດບາດເປັນປະທານ ອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການປີ 2020 – 2021.

        ສ່ວນທ່ານຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດ ການາດາ Marta Morgan ຢັ້ງຢືນວ່າ: ລັດຖະບານ ການາດາ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຂອບເຂດຄູ່ຮ່ວມມືຮອບດ້ານ; ສະໜັບສະໜູນ ຫວຽດນາມ ດຳລົງຕຳແໜ່ງເປັນປະທານ ອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການປີ 2020 – 2021; ທ່ານປາດຖະໜາຢາກໃຫ້ 2 ປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ