ຮອງລັດຖະມົນຕີກະຊວງການຕ່າງປະເທດຫງວຽນກວັກຢຸງເຂົ້າຮ່ວມກອງປະຊຸມ SOM ASEAN

(VOVWORLD) -ວັນທີ 05 ມິຖຸນາ, ຢູ່ສິງກະໂປ, ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (SOM ASEAN) ດ້ວຍການເຂົ້າຮ່ວມຂອງທ່ານຮອງລັດຖະມົນຕີ, ເລຂາຜູ້ປະຈຳການກະຊວງການຕ່າງປະເທດ 10 ປະເທດອາຊຽນ ແລະ ຄະນະເລຂາອາຊຽນ.

ຮອງລັດຖະມົນຕີກະຊວງການຕ່າງປະເທດຫງວຽນກວັກຢຸງເຂົ້າຮ່ວມກອງປະຊຸມ SOM ASEAN - ảnh 1(ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫງວຽນກວັກຢຸງເຂົ້າຮ່ວມກອງປະຊຸມ SOM ASEAN)

ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວັກຢຸງ ນຳໜ້າ ໄດ້ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວັດຢຸງ ຢືນຢັນວ່າ, ຫວຽດນາມ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດອາຊຽນ ຜັນຂະຫຍາຍບັນດາບຸລິມະສິດ, ຈຸດສຸມທີ່ໄດ້ວາງອອກໃຫ້ປີ 2018 ໃຫ້ສຳເລັດ ເພື່ອແນໃສ່ມຸ່ງໄປເຖິງການສ້າງອາຊຽນ ທີ່ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງ, ແບ່ງປັນຄຳເຫັນກ່ຽວກັບບັນດາມາດຕະການປັບປຸງ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື. ກ່ຽວກັບສະພາບການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC); ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ໃສ່ໃຈເຖິງບັນດາການຜັນແປເປັນໜ້າວິຕົກກັງວົນມໍໆມານີ້ຢູ່ທະເລຕາເວັນອອກໄດ້ລະເມີດ DOC ແລະ ມີຜົນກະທົບຫຍໍ້ທທໍ້ເຖິງວິວັດທະນາການສ້າງ COC; ຮຽກຮ້ອງໃຫ້ອາຊຽນ ສາມັກຄີ ແລະ ສືບຕໍ່ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ປອດໄພ, ເສລີພາບໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ; ຢຶດໝັ້ນບັນດາຫຼັກການທີ່ໄດ້ລົງນາມແລ້ວ, ໃນນັ້ນມີການປອດການທະຫານ; ສືບຕໍ່ພ້ອມກັບຈີນ ປະຕິບັດ DOC ຢ່າງຄົບຖ້ວນມີປະສິດທິຜົນ ແລະ ສ້າງ COC ຢ່າງຮອບດ້ານ, ມີປະສິດທິຜົນ ແລະ ສອດຄ່ອງກັບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ