ຮອງເລຂາທິການໃຫຍ່ສະຫະປະຊາຊາດ Phumzile mlambo Ngcuka ຢ້ຽມຢາມຫວຽດນາມ
ທ່ານນາງ Phumzile mlambo Ngcuka, ຮອງເລຂາທິການໃຫຍ່ສະຫະປະຊາຊາດ
(ພາບ: UN Women.org)
(vovworld) - ຕອນບ່າຍວັນທີ 31/3, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Phumzile mlambo Ngcuka, ຮອງເລຂາທິການໃຫຍ່ສະຫະປະຊາຊາດ, ທັງເປັນຜູ້ອຳນວຍການຝ່າຍບໍລິຫານ ອົງການສະຫະປະຊາຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ (UN Women) ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ເນັ້ນໜັກວ່າ, ຫວຽດນາມ ຕີລາຄາສູງ ແລະ ຂອບອົກຂອບໃຈການຮ່ວມມື, ໜູນຊ່ວຍຂອງອົງການສະຫະປະຊາຊາດໃນໄລຍະຜ່ານມາ, ໃນນັ້ນມີ UN Women. ທ່ານຢືນຢັນວ່າ, ຄວາມສະເໝີພາບລະຫວ່າງຍິງຊາຍໄດ້ຮັບການກຳນົດຢ່າງລະອຽດໃນລັດຖະທຳມະນູນຂອງຫວຽດນາມ. ປະຈຸບັນ, ຫວຽດນາມ ພວມສືບຕໍ່ສ້າງ ແລະ ປັບປຸງລະບົບກົດໝາຍທີ່ກ່ຽວຂ້ອງເຖິງບັນຫານີ້.
ສ່ວນທ່ານນາງຮອງເລຂາທິການໃຫຍ່ສະຫະປະຊາຊາດ Phumzile mlambo Ngcuka ກໍ່ເນັ້ນໜັກວ່າ. ການຮັບປະກັນຊີວິດສັງຄົມ ແມ່ນບັນຫາເອົາໃຈໃສ່ອັນດັບໜຶ່ງຂອງຫຼາຍປະເທດ. ຫວຽດນາມ ມີບັນດາບົດຮຽນລຳ້ຄ່າ ທີ່ສາມາດແບ່ງປັນກັບປະເທດອື່ນໆໃນໂລກ. ທ່ານນາງສະແດງຄວາມປາຖະໜາວ່າ, ໃນໄລຍະຈະມາເຖິງ, ຫວຽດນາມ ສືບຕໍ່ສະໜັບສະໜູນ ແລະ ຮ່ວມມືຢ່າງເໜ້ນແຟ້ນກັບອົງການສະຫະປະຊາຊາດ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ.