ຮອບຄັດເລືອກ World Cup 2022: ສື່ມວນຊົນ ສ.ເກົາຫຼີ ຍ້ອງຍໍຊົມເຊີຍທິມບານເຕະ ຫວຽດນາມ

(VOVWORLD) - ຕອນຄ່ຳວັນທີ 14 ພະຈິກ, ທິມບານເຕະ ຫວຽດນາມ ມີການແຂ່ງຂັນນັດທີ 4 ໃນຮອບຄັດເລືອກ World Cup 2022 ພາກພື້ນ ອາຊີ. 

ພາຍຫລັງການແຂ່ງຂັນຄົບ 90 ນາທີ, ທິມບານເຕະ ຫວຽດນາມ ຊະນະຕໍ່ທິມບານເຕະ ສະຫະລັດ ອາຣັບ ເອມີເລັດ (UAE) ດ້ວຍປະຕູ 1 ຕໍ່ 0, ຢືນອັນດັບທີ 1 ໃນຕາຕະລາງການແຂ່ງຂັນສາຍ G. ພາຍຫລັງສິ້ນສຸດການແຂ່ງຂັນຢູ່ສະໜາມກິລາ ໝີດີ່ງ ພຽງແຕ່ 2 – 3 ນາທີເທົ່ານັ້ນ, ໜັງສືພິມ ສ.ເກົາຫຼີ ຫລາຍສະບັບກໍ່ໄດ້ໃຫ້ຂ່າວກ່ຽວກັບໄຊຊະນະຂອງຄູຝຶກ Park Hang-seo, ວ່າແມ່ນຕຳນານບານເຕະຂອງ “ດິນແດນ ກິມຈີ”  ຕໍ່ທິມບານເຕະທີ່ມາຈາກເຂດອ່າວເປີເຊຍ.

ຮອບຄັດເລືອກ World Cup 2022: ສື່ມວນຊົນ ສ.ເກົາຫຼີ ຍ້ອງຍໍຊົມເຊີຍທິມບານເຕະ ຫວຽດນາມ - ảnh 1 ສື່ມວນຊົນ ສ.ເກົາຫຼີ ຍ້ອງຍໍຊົມເຊີຍທິມບານເຕະ ຫວຽດນາມ (ພາບ: TTXVN)

        ເວັບໄຊ Chosun Ilbo ພາດຫົວຂໍ້ຂ່າວດ້ວຍແຖວຕົວໜັງສືໃຫຍ່ວ່າ “ໄສຍະສາດຂອງ Park Hang-seo ຊ່ວຍທິນບານເຕະ ຫວຽດນາມ ຊະນະ UAE 1 ປະຕູຕໍ່ 0”.

        ຊ່ອງ SPOTV News ໄດ້ຍ້ອງຍໍສັນລະເສີນດ້ວຍຄຳເວົ້າທີ່ວ່າ “ບານເຕະ ຫວຽດນາມ ກ້າວເຂົ້າສູ່ໜ້າປະຫວັດສາດໃໝ່” ແລະ ໃຫ້ຂໍ້ສັງເກດວ່າ ນີ້ແມ່ນໄຊຊະນະທີ່ມີຄວາມໝາຍຫລາຍຂອງທິມບານເຕະ ຫວຽດນາມ. ຖ້າຫາກຮັກສາໄດ້ອັນດັບທີ 1 ໃນຕາຕະລາງແຂ່ງຂັນນັ້ນ, “ນັກເຕະດາວເຫຼືອງ” ຈະໄດ້ເຂົ້າຮ່ວມການແຂ່ງຂັນຄັດເລືອກຮອບທີ 3 World Cup ເປັນຄັ້ງທຳອິດໃນປະຫວັດສາດ.

ຕອບກັບ

ຂ່າວ/ບົດ​ອື່ນ