ຮອບຄັດເລືອກ World Cup 2022: ສື່ມວນຊົນ ອາຊີ ຍົກຍ້ອງໄຊຊະນະຂອງທິມຊາດບານເຕະ ຫວຽດນາມ

(VOVWORLD) - ສື່ມວນຊົນ ອາຊີ ຖືວ່າ: ຫວຽດນາມ ມີການແຂ່ງຂັນທີ່ດີເດັ່ນຕໍ່ຄູ່ແຂ່ງ ມາເລເຊຍ ຢູ່ເດັ່ນເຈົ້າພາບ ໝີດິ່ງ ໃນຕອນຄ່ຳວັນທີ 10 ຕຸລາ ແລະ ສົມກັບໄຊຊະນະທຳອິດຢູ່ຮອບຄັດເລືອກ World Cup 2020.


        ໜັງສືພິມ Fox Sports Asia ໄດ້ຍ້ອງຍໍສັນລະເສີນເຕັກນິກການເຕະບານຂອງ ກວາງຫ໋າຍ, ພິເສດແມ່ນການຍິງເຂົ້າປະຕູໃນນາທີທີ່ 39 ຂອງເຄິ່ງເວລາທຳອິດ.

ຮອບຄັດເລືອກ World Cup 2022: ສື່ມວນຊົນ ອາຊີ ຍົກຍ້ອງໄຊຊະນະຂອງທິມຊາດບານເຕະ ຫວຽດນາມ - ảnh 1

        ໃນຂະນະນັ້ນ, ໜັງສືພິມ Goal ໃຫ້ຂໍ້ສັງເກດວ່າ ທິມຊາດ ຫວຽດນາມ ມາແຮງກ່ວາທິມຊາດ ມາເລເຊຍ. ເວັບໄຊຂອງສະຫະພັນບານເຕະ ອາຊີ (AFC) ກໍ່ຢັ້ງຢືນວ່າ: ທິມຊາດ ຫວຽດນາມ ໄດ້ແຂ່ງຂັນດີເດັ່ນ ແລະ ຈຳກັດໄດ້ເກືອບທຸກຈຸດໂດດເດັ່ນຂອງ ມາເລເຊຍ. ບົດຂຽນໃນເວັບໄຊຂອງ AFC ເນັ້ນນັກວ່າ: “ປະຕູທີ່ ກວາງຫ໋າຍ ເຕະເຂົ້າ ແມ່ນປະຕູຕັດສິນຊ່ວຍໃຫ້ ຫວຽດນາມ ມີທ່າໄດ້ປຽບກັບຄູ່ແຂ່ງ ມາເລເຊຍ”.

ຕອບກັບ

ຂ່າວ/ບົດ​ອື່ນ