ຮ່າ​ຢາງ​ໄຂວັນ​ບຸນດອກບັກ​ວິດຄັ້ງ​ທີ 6

(VOVWORLD) -ທ່ານອວງຈູລິວຮອງປະທານສະພາແຫ່ງຊາດ ປາດຖະໜາວ່າ ທາງແຂວງສືບຕໍ່ຜັນຂຸດຄົ້ນທ່າແຮງ, ຄວາມສາມາດບົ່ມຊ້ອນຢ່າງເໝາະສົມ ແລະ ມີປະສິດທິຜົນ, ສຸມໃສ່ການພັດທະນາການທ່ອງທ່ຽວທີ່ມີຫຼາຍຮູບແບບ, ເຂັ້ມຂຸ້ນໄປດ້ວຍສີສັດວັດທະນະທຳຂອງຮ່າຢາງ
ຮ່າ​ຢາງ​ໄຂວັນ​ບຸນດອກບັກ​ວິດຄັ້ງ​ທີ 6 - ảnh 1 ວັນບຸນດອກບັກວິດຄັ້ງທີ 6 (ພາບ: Baoquocte.vn)

ຕອນຄ່ຳວັນທີ 28 ພະຈິກ, ວັນບຸນດອກໄມ້ບັກວິດຄັ້ງທີ 6 ແລະ ພິທີສະເຫຼີມສະຫຼອງ 10 ປີແຫ່ງວັນພູພຽງຫີນດົ່ງວັນເຂົ້າເປັນສະມາຊິກເຄືອຂ່າຍສວນທໍລະນີໂລກ UNESCO ເຊິ່ງໄດ້ດຳເນີນຢູ່ສະໜາມຫຼວງ 26 ມີນາ, ນະຄອນຮ່າຢາງ. ກ່າວຄຳເຫັນໄຂພິທີ, ທ່ານອວງຈູລິວ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຖືວ່າ ດ້ວຍຄວາມມານະພະຍາຍາມຜ່ານຜ່າສະພາບການ, ແຂວງຮ່າຢາງໄດ້ສາມັກຄີກັນ, ຫັນສິ່ງທ້າທາຍເປັນທ່າໄດ້ປຽບໃນການພັດທະນາ, ເປີດທິດກ້າວເດີນໃໝ່ ເມື່ອເລືອກເອົາການທ່ອງທ່ຽວ ເປັນຂະແໜງເສດຖະກິດປາຍແຫຼມ, ພັດທະນາແບບຍືນຍົງ. ດ້ວຍທ່າໄດ້ປ່ຽບວ່າມີທິດທັດທຳມະຊາດທີ່ເປັນເອກະລັກສະເພາະ, ໃຫຍ່ໂຕມະໂຫຖານ, ເປັນຕົ້ນແມ່ນບັນດາສວນດອກບັກວິດ ໄດ້ເປັນກາຍເປັນຜະລິດຕະພັນທ່ອງທ່ຽວທີ່ປະທັບໃຈຂອງແຂວງຮ່າຢາງ

ທ່ານຮອງປະທານສະພາແຫ່ງຊາດ ປາດຖະໜາວ່າ ທາງແຂວງສືບຕໍ່ຜັນຂຸດຄົ້ນທ່າແຮງ, ຄວາມສາມາດບົ່ມຊ້ອນຢ່າງເໝາະສົມ ແລະ ມີປະສິດທິຜົນ, ສຸມໃສ່ການພັດທະນາການທ່ອງທ່ຽວທີ່ມີຫຼາຍຮູບແບບ, ເຂັ້ມຂຸ້ນໄປດ້ວຍສີສັດວັດທະນະທຳຂອງຮ່າຢາງ, ເອົາໃຈໃສ່ເຖິງການຮ່ວມສຳພັນລະຫວ່າງເຂດ, ພິເສດແມ່ນໂຄງປະກອບພື້ນຖານໂຄງລ່າງ, ຕັດສິນໃຈສ້າງສວນທໍ່ລະນີ UNESCO ພູພຽງຫີນດົ່ງວັນ ເປັນສະຖານທີ່ທ່ອງທ່ຽວແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ