ຮ່າໂນ້ຍ ປະກາດການເຂົ້າເປັນສະມາຊິກເຄືອຂ່າຍບັນດານະຄອນປະດິດຄິດສ້າງຂອງ UNESCO

(VOVWORLD) -ຕອນບ່າຍວັນທີ 13 ທັນວາ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຈັດພິທີປະກາດການເຂົ້າເປັນສະມາຊິກເຄືອຂ່າຍບັນດານະຄອນປະດິດຄິດສ້າງຂອງ UNESCO
ຮ່າໂນ້ຍ ປະກາດການເຂົ້າເປັນສະມາຊິກເຄືອຂ່າຍບັນດານະຄອນປະດິດຄິດສ້າງຂອງ UNESCO  - ảnh 1ລາຍການສະແດງສິລະປະເພື່ອຂຳນັບຮັບຕ້ອນເຫດການ 

ການເຂົ້າຮ່ວມ ເຄືອຂ່າຍບັນດານະຄອນປະດິດຄິດສ້າງຂອງ UNESCO ແມ່ນເງື່ອນໄຂເພື່ອໃຫ້ຮ່າໂນ້ຍກໍ່ສ້າງ ແລະ ຊຸກຍູ້ທີ່ຕັ້ງແກ່ງແຍ້ງໃນການດຶງດູດການລົງທຶນ, ກະຕຸ້ນການບູລະນະຕົວເມືອງ, ສຸມໃສ່ບັນດາໂຄງການພັດທະນາການສຶກສາ ແລະ ບັນດາເຫດການວັດທະນະທຳຕິດພັນກັບການພັດທະນາແບບຍືນຍົງ.

     ເພື່ອຕອບສະໜອງເຫດການນີ້, ພະແນກວັດທະນະທຳ ແລະ ກິລາຮ່າໂນ້ຍກໍໄດ້ຈັດງານບຸນວັດທະນະທຳພື້ນເມືອງໃນຊີວິດຍຸກປະຈຸບັນ, ແນໃສ່ປະກອບສ່ວນໂຄສະນາ ແນະນຳໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວກ່ຽວກັບມໍລະດົກວັດທະນະທຳນະຄອນຫຼວງ, ບັນດາໝູ່ບ້ານອາຊີບຫັດຖະກຳ, ຜະລິດຕະພັນວັດທະນະທຳພື້ນເມືອງ. ທ່ານ ຫງວຽນດຶກຈຸງ ປະທານ ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ເນັ້ນໜັກວ່າ :

     “ ເພື່ອປະຕິບັດບັນດາຄວາມຮຽກຮ້ອງຕ້ອງການ, ຄາດໝາຍທີ່ UNESCO ກຳນັດທິດ, ເພື່ອພັດທະນາຂົງເຂດ ອອກແບບປະດິດຄິດສ້າງ, ພວກເຮົາຄວນສຸມແຫຼງ່ກຳລັງ, ສ້າງແຜນການ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກອອກແບບ, ນັກສິລະປະການ ພ້ອມກັບທຸກໆຄົນເຂົ້າຮ່ວມເພື່ອແຜ່ຂະຫຍາຍໄປທົ່ວນະຄອນ  ”

ຕອບກັບ

ຂ່າວ/ບົດ​ອື່ນ