ຮ່າ​ໂນ້ຍ ສູ້​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ການ​ສັກ​ວັກ​ຊິນ ເຂັມ​ທີ 2 ໃນ​ເດືອນ​ພະ​ຈິກ​ປີ 2021

(VOVWORLD) -ພາຍຫຼັງວັນທີ 21 ກັນຍາ, ນະຄອນຮ່າໂນ້ຍຈະສ້າງແຜນການປ້ອງກັນ, ຕ້ານໂລກລະບາດຕາມທິດຜ່ອນຜັນບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດເທື່ອລະກ້າວ ເພື່ອຮັບປະກັນຄວາມປອດໄພ.
ຮ່າ​ໂນ້ຍ ສູ້​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ການ​ສັກ​ວັກ​ຊິນ ເຂັມ​ທີ 2 ໃນ​ເດືອນ​ພະ​ຈິກ​ປີ 2021 - ảnh 1ຮ່າໂນ້ຍຈະສືບຕໍ່ການສັກວັກຊິນກັນໂຄວິກ - 19 ເຂັມທີ 2 ໃຫ້ແກ່ປະຊາຊົນ (ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມທາງໄກກັບບັນດາເມືອງ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 19 ກັນຍາ, ທ່ານ ເຢືອງດຶກຕວັນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ ນະຄອນຮ່າໂນ້ຍ ຈະສືບຕໍ່ຜັນຂະຫຍາຍການສັກວັກຊິນເຂັມທີ 2 ໃຫ້ແກ່ປະຊາຊົນ ແລະ ຄາດວ່າ ຈະສຳເລັດໃນເດືອນພະຈິກປີ 2021.

ພາຍຫຼັງວັນທີ 21 ກັນຍາ, ນະຄອນຮ່າໂນ້ຍຈະສ້າງແຜນການປ້ອງກັນ, ຕ້ານໂລກລະບາດຕາມທິດຜ່ອນຜັນບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດເທື່ອລະກ້າວ ເພື່ອຮັບປະກັນຄວາມປອດໄພ. ການຜ່ອນຜັນຕ້ອງໄປຄຽງຄູ່ກັບການຄວບຄຸມສະພາບການໂລກລະບາດໂຄວິດ - 19 ຢ່າງແໜ້ນແຟ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ