ຮ່າໂນ້ຍ ໄດ້ຮັບຮອງເອົາເປັນນະຄອນປະດິດຄິດສ້າງຂອງ UNESCO ຢ່າງເປັນທາງການ

(VOVWORLD) - ວັນທີ 30 ຕຸລາ, ທ່ານ Audrey Azouley ຜູ້ອຳນວຍການໃຫຍ່ອົງການສະຫະປະຊາຊາດດ້ານການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO) ໄດ້ຮັບຮອງນະຄອນຫລວງ ຮ່າໂນ້ຍ ເປັນນະຄອນປະດິດຄິດສ້າງຂອງ UNESCO ໃນຂົງເຂດການ “ອອກແບບ”.
ຮ່າໂນ້ຍ ໄດ້ຮັບຮອງເອົາເປັນນະຄອນປະດິດຄິດສ້າງຂອງ UNESCO ຢ່າງເປັນທາງການ - ảnh 1(ພາບ:  hanoimoi.com.vn)

        ໂດຍມີທ່າແຮງໃນຂົງເຂດອາຫານການກິນ, ຫັດຖະກຳ ແລະ ສິລະປະພື້ນເມືອງ…ແຕ່ຂົງເຂດອອກແບບ ຍັງໄດ້ຮັບຖືວ່າ: ແມ່ນໜຶ່ງໃນບັນດາມາດຕະຖານດີເດັ່ນຂອງນະຄອນ ຮ່າໂນ້ຍ, ໄດ້ຮັບຄວາມເຫັນດີເຫັນພ້ອມຢ່າງສູງຈາກປະຊາຄົມກໍ່ຄືບັນດານັກວິທະຍາສາດ, ນັກຊ່ຽວຊານ, ນັກຄຸ້ມຄອງ…ເພື່ອອອກສະໝັກເລືອກຕັ້ງເຂົ້າໃນຕາໜ່າງນະຄອນ ປະດິດຄິດສ້າງຂອງ UNESCO. ຕາມການຕີລາຄາຂອງບັນດານັກຊ່ຽວຊານແລ້ວ, ຮ່າໂນ້ຍ ມີໂອກາດຫລາຍຢ່າງ ເຊິ່ງ UNESCO ຈະເອົາເຂົ້າໃນຕາໜ່າງນະຄອນ ປະດິດຄິດສ້າງຂອງໂລກ. ທ່ານ ຫງວຽນວັນຟອງ, ຫົວໜ້າຄະນະໂຄສະນາສຶກສາຄະນະພັກນະຄອນ ຮ່າໂນ້ຍ ຖືວ່າ: ດ້ວຍເລື່ອງເຂົ້າຮ່ວມຕາໜ່າງນະຄອນປະດິດຄິດສ້າງ, ຮ່າໂນ້ຍ ຈະມີໂອກາດເຮັດໃຫ້ວັດທະນະທຳທີ່ເປັນເອກະລັກຂອງນະຄອນໂດດເດັ່ນຂຶ້ນໃນໂລກ.

        ໄປຄຽງຄູ່ກັນນັ້ນ, ຮ່າໂນ້ຍ ຍັງຮັກສາສະຖາປັດຕະຍະກຳ, ຂໍ້ລິເລີ່ມກ່ຽວກັບສະຖາປັດຕະຍະກຳຫລາຍຮູບຫລາຍແບບຂອງຝ່າຍຕາເວັນຕົກ ແລະ ຝ່າຍຕາເວັນອອກ, ສະຖາປັດຕະຍະກຳທ້ອງຖິ່ນເດີມ ແລະ ຄວາມສີວິໄລໂລກໄວ້ໄດ້, ລວມທັງຄວາມກົມກຽວລະຫວ່າງສະຖາປັດຕະຍະກຳບູຮານ ແລະ ຍຸກປະຈຸບັນຄື: ໂຮງລະຄອນໃຫຍ່ຮ່າໂນ້ຍ, ຫໍພິພິທະພັນວິຈິດສິນ ຫວຽດນາມ, ຂົວ ລອງບຽນ, ຂົວ ເຍິດເຕິນ…

ຕອບກັບ

ຂ່າວ/ບົດ​ອື່ນ