ຮ່າໂນ້ຍກຽມພ້ອມໃຫ້ງານບຸນວັດເຮືອງ

ຮ່າໂນ້ຍກຽມພ້ອມໃຫ້ງານບຸນວັດເຮືອງ - ảnh 1
(ງານ​ບຸນ​ວັດ​ເຮືອງ, ຢູ່​ເມືອງ ມີ​ດຶກ, ຮ່າ​ໂນ້ຍ)

(vovworld) -​ໂດຍ​ແກ່ຍາວ​ແຕ່​ວັນ​ທີ 6/1 ​ເຖິງ​​ເດືອນ3​ ໄລ່​ຕາມ​ຈັນທະ​ປະຕິທິນ: ງານ​ບຸນ​ວັດ​ເຮືອງ, ຢູ່​ເມືອງ ມີ​ດຶກ, ຮ່າ​ໂນ້ຍ ​ແມ່ນ​ໜຶ່ງ​ໃນ​ບັນດາ​ງານ​ບຸນ​ໃຫຍ່​ກວ່າ​ໝູ່​ຢູ່​ພາກ​ເໜືອ​ໃນ​ຊຸມ​ວັນ​ຕົ້ນ​ລະດູບານ​ໃໝ່. ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, ງານ​ບຸນ​ປີ​ນີ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ, ​ໃນ​ນັ້ນ​ລະບົບ​ທາງ​ຄົມມະນາຄົມ​ເຂົ້າ​ວັດ​ເຮືອງ​ໄດ້​ມີ​ທາງ​ໃໝ່​ຕື່ມ​ອີກໜຶ່ງ​ສາຍ, ຍົກ​ຈຳນວນ​ສາຍ​ທາງ​ເຂົ້າ​ເຂດ​ນີ້​ຂຶ້ນ 4 ສາຍ, ປະກອບສ່ວນ​ແກ້​ໄຂ​ສະພາບ​ລົດ​ຕິດ​ໃນ​ຊຸມ​ວັນ​ຈັດ​ຕັ້ງ​ງານ​ບຸນ, ນອກ​ນັ້ນ, ຄະນະ​ຈັດ​ຈັ້ງ​ຍັງ​ເພີ່ມ​ຈຳນວນ​ເຮືອ​ແພຂົນ​ສົ່ງ​ແຂກ​ຕື່ມ​ອີກ, ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ເປັນະ​ເສດ​ເຖິງ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ໄປມາ​ທາງ​ນຳ້​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ​ງານ​ບຸນ. ນອກຈາກ​ລາຍການ​ເປີດ​ງານ​ບຸນ​ທີ່​ດຳ​ເນີນ​ໃນ​ວັນ​ທີ 6 ​ເດືອນ​ໜຶ່ງ​ແລ້ວ, ຍັງ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ່າງໆ​ຄື​ຄຳ່​ຄືນ​ອ່ານ​ບົດ​ກະວີ, ຈັດ​ງານ​ວາງສະ​ແດງ​ຮູບ​ຖ່າຍ​ວັດ​ທຽນ​ຈູ່, ​ແລະ​ອື່ນ…

ຂ່າວ/ບົດ​ອື່ນ