ຮ່າໂນ້ຍຈັດຕັ້ງບັນດາລາຍການ “ນັບເວລາຖອຍຫຼັງ” ເພື່ອຕ້ອນຮັບປີໃໝ່ 2021

(VOVWORLD) -ນະຄອນຮ່າໂນ້ຍ ຈະຈັດຕັ້ງການຍິງບັ້ງໄຟດອກ, ລາຍການ “ນັບເວລາຖອຍຫຼັງ” ແລະ ລາຍການສະແດງສິລະປະພິເສດເພື່ອເປັນການສ້າງບັນຍາກາດຢ່າງຟົດຟື້ນໃຫ້ແກ່ປະຊາຊົນນະຄອນຫຼວງ ແລະ ນັກທ່ອງທ່ຽວ.
ຮ່າໂນ້ຍຈັດຕັ້ງບັນດາລາຍການ “ນັບເວລາຖອຍຫຼັງ” ເພື່ອຕ້ອນຮັບປີໃໝ່ 2021 - ảnh 1(ພາບປະກອບ: Vietnam+)

ເພື່ອເປັນການຕ້ອນຮັບປີໃໝ່ 2021, ໃນຕອນຄ່ຳວັນທີ 31 ທັນວາ, ນະຄອນຮ່າໂນ້ຍ ຈະຈັດຕັ້ງການຍິງບັ້ງໄຟດອກ, ລາຍການ “ນັບເວລາຖອຍຫຼັງ” ແລະ ລາຍການສະແດງສິລະປະພິເສດເພື່ອເປັນການສ້າງບັນຍາກາດຢ່າງຟົດຟື້ນໃຫ້ແກ່ປະຊາຊົນນະຄອນຫຼວງ ແລະ ນັກທ່ອງທ່ຽວ. ຕອນຄ່ຳວັນທີ 31 ທັນວາ, ທາງນະຄອນຈະຈັດລາຍການຄື: “ນັບຖອຍຫຼັງ” ເພື່ອຕ້ອນຮັບປິໃໝ່ 2021; ຢູ່ສະໜາມຫຼວງ ແກ໊ກມ້າງທ໊າງຕ໊າມ ແລະ ຕໍ່ໜ້າໂຮງລະຄອນໃຫຍ່ຮ່າໂນ້ຍ, ຈະມີລາຍການ “Heineken ຕ້ອນຮັບປີໃໝ່ 2021 - ລະດູບານໃໝ່ທີ່ຄຶກຄື້ນ” ເຊິ່ງຈະດຳເນີນແຕ່ເວລາ 20 ໂມງຂອງວັນທີ 31 ທັນວາ 2020 ຮອດ 1 ໂມງຂອງວັນທີ 01 ມັງກອນ 2021; ຢູ່ເຂດອະນຸສາວະລີ ລີ໊ທ໊າຍໂຕ ກໍ່ຈະດຳເນີນລາຍການສະແດງສິລະປະຕ້ອນຮັບປີໃໝ່ 2021… ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ