ຮ່າໂນ້ຍຈະຫັນ 10 ລາຍການວຽກງານຈາກມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ເປັນລະອຽດ

(VOVWORLD) -ຄະນະບໍລິຫານງານອົງຄະນະພັກນະຄອນຮ່າໂນ້ຍ ຊຸດທີ 17 ໄດ້ຈັດກອງປະຊຸມຄັ້ງທີ 3 ປຶກສາຫາລືຫຼາຍເນື້ອໃນສຳຄັນ, ພິເສດແມ່ນພິຈາລະນາ, ຮັບຮອງເອົາ 10 ລາຍການວຽການຂອງທັງຊຸດ.
ຮ່າໂນ້ຍຈະຫັນ 10 ລາຍການວຽກງານຈາກມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ເປັນລະອຽດ - ảnh 1ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫ້ວ
(ພາບ: TTXVN)

10 ລາຍການວຽກງານທັງຊຸດຂອງຄະນະພັກນະຄອນຮ່າໂນ້ຍ ໄດ້ສ່ອງແສງທຸກບັນຫາຂອງນະຄອນຢ່າງຮອບດ້ານ, ສືບທອດວຽກງານກໍ່ສ້າງພັກ, ກໍ່ສ້າງຊົນນະບົດໃໝ່, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຫຼື ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ໄດ້ເພີ່ມເຕີມ 3 ລາຍການໃໝ່ເມື່ອທຽບໃສ່ອາຍຸການຊຸດທີ 16. ກ່ຽວກັບເລື່ອງເພີ່ມເຕີມລາຍການ ດັດປັບເຂດຕົວເມືອງ, ພັດທະນາຕົວເມືອງ, ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫ້ວ, ໃຫ້ຮູ້ວ່າ.

        “ລາຍການດັ່ງກ່າວແມ່ນລາຍການສຳຄັນພິເສດໃນໄລຍະປະຈຸບັນ, ໂດຍສະເພາະແມ່ນເມື່ອອັດຕາຫັນເປັນຕົວເມືອງຂອງພວກເຮົາ ຫາກໍ່ບັນລຸໄດ້ເກືອບ 50% ເທົ່ານັ້ນ. ມີຫຼາຍແຫ່ງກໍ່ພວມສູ້ຊົນ. ອັດຕາຫັນເປັນຕົວເມືອງແມ່ນຕ່ຳທີ່ສຸດ. ສະນັ້ນ, ພວກເຮົາມີຫົວເລື່ອງສະເພາະດັດປັບເຂດຕົວເມືອງ, ພັດທະນາເຂດຕົວເມືອງ ແລະ ເສດຖະກິດຕົວເມືອງ, ຕ້ອງຕິດພັນກັບເສດຖະກິດຕົວເມືອງ, ການຫັນເປັນຕົວເມືອງຕ້ອງຕິດພັນກັບການຫັນເປັນອຸດສາຫະກຳ”.

        ທີ່ກອງປະຊຸມ, ຄະນະປະຈຳຄະນະພັກນະຄອນຮ່າໂນ້ຍ ກໍ່ໄດ້ພິຈາລະນາຮ່າງລາຍການວຽກງານປີ 2021 ນຳພາ, ຊີ້ນຳການປະຕິບັດມະຕິເລກທີ 17 ຂອງນະຄອນຮ່າໂນ້ຍ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມໃຫ້ສຳເລັດ. ພ້ອມທັງ, ຫັນລາຍການວຽກງານທົ່ວຊຸດຂອງຄະນະບໍລິຫານງານອົງຄະນະພັກເປັນລະອຽດ ຕິດພັນກັບການປະຕິບັດລາຍການເຄື່ອນໄຫວປະຕິບັດມະຕິເລກທີ 17 ຂອງອົງຄະນະພັກນະຄອນຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ