ຮຽກ​ຮ້ອງ ຈີນ ຢຸດ​ຕິ​ການ​ກະ​ທຳ​ລ່ວງ​ລ້ຳ ແລະ ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ

(VOVWORLD) -ການເຄື່ອນໄຫວຂອງບັນດາກ່ຳປັ່ນ ຈີນ ໃນຂອບເຂດນ່ານທະເລຂອງ ເກາະ ຊີງຕົນດົງ ຢູ່ໝູ່ເກາະເຈື່ອງຊາ ຂອງ ຫວຽດນາມ ແມ່ນລ່ວງລ້ຳອະທິປະໄຕຂອງ ຫວຽດນາມ, ລະເມີດຂໍ້ກໍານົດຂອງ UNCLOS.
ຮຽກ​ຮ້ອງ ຈີນ ຢຸດ​ຕິ​ການ​ກະ​ທຳ​ລ່ວງ​ລ້ຳ ແລະ ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ - ảnh 1 ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ (ພາບ: vtv.vn)

ວັນທີ 25 ມີນາ, ຢູ່ການຖະແຫຼງຂ່າວນັດສາມັນ ຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ໜ້າເລື່ອງມີກ່ຳປັ່ນຫຼາຍລຳຂອງ ຈີນ ເຄື່ອນໄຫວຢູ່ ຫາດດອນ ບາເດົ່າ ໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຢັ້ງຢືນວ່າ:

ການເຄື່ອນໄຫວຂອງບັນດາກ່ຳປັ່ນ ຈີນ ໃນຂອບເຂດນ່ານທະເລຂອງ ເກາະ ຊີງຕົນດົງ ຢູ່ໝູ່ເກາະເຈື່ອງຊາ ຂອງ ຫວຽດນາມ ແມ່ນລ່ວງລ້ຳອະທິປະໄຕຂອງ ຫວຽດນາມ, ລະເມີດຂໍ້ກໍານົດຂອງ UNCLOS, ໄປຝືນກັບເນື້ອໃນຈິດໃຈຂອງ ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະ ກໍ່ຜົນກະທົບບໍ່ດີຕໍ່ວິວັດການເຈລະຈາ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ລະຫວ່າງ ອາຊຽນ ແລະ ຈີນ (COC).

        ຫວຽດນາມ ຮຽກຮ້ອງໃຫ້ ຈີນ ຈົ່ງຢຸດຕິບັນດາການກະທຳລ່ວງລ້ຳອະທິປະໄຕ, ເຄົາລົບອະທິປະໄຕຂອງ ຫວຽດນາມ ແລະ ຄວນມີເຈດຕະນາປະຕິບັດສົນທິສັນຍາ UNCLOS; ປະຕິບັດ ຖະແຫຼງການ DOC ຢ່າງເຂັ້ມງວດ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ; ສ້າງເງື່ອນໄຂສະດວກໃຫ້ແກ່ວິວັດການເຈລະຈາ COC; ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍດ້ານນິຕິກຳຢູ່ທະລ ໃນພາກພື້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ