ເກຼກຍັງບໍ່ທັນຍາດແຍ່ງໄດ້ການສະໜັບສະໜູນຂອງ Eurozone ກ່ຽວກັບການ ເຈລະຈາໜີ້ເສຍຄືນໃໝ່

ເກຼກຍັງບໍ່ທັນຍາດແຍ່ງໄດ້ການສະໜັບສະໜູນຂອງ Eurozone ກ່ຽວກັບການ ເຈລະຈາໜີ້ເສຍຄືນໃໝ່ - ảnh 1
ເກຼກຍັງບໍ່ທັນຍາດແຍ່ງໄດ້ການສະໜັບສະໜູນ
ຂອງ Eurozone ກ່ຽວກັບການເຈລະຈາໜີ້ເສຍຄືນໃໝ່
(ພາບ: TTXVN)


(vovworld) – ສິ້ນ​ສຸດ​ກອງ​ປະຊຸ​ມດ່ວນ​ລະຫວ່າງ​ບັນດາ​ລັ​ດຖະມົນ​ຕີ​​ການ​ເງິນ​ຂອງ​ພາກ​ພື້ນ​ໃຊ້​ສະກຸນ​ເງິນ​​ເອີ​​ໂຣ ລວມ (Eurozone) ທີ່​ແກ່ຍາວ​ຮອດ​ຮຸ່ງ​ເຊົ້າ​ວັນ​ທີ 12/02, ​ເກຼກ ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ກັບ​ບັນດາ​ຄູ່​ຮ່ວມ​ມື​ໃນພາກ​ພື້ນ ກ່ຽວ​ກັບ​ແຜນ​ການ​ເຈລະຈາ​​ບ້ວງ​ເງິນ​ອຸກູ້​ຊ່ວຍທີ່​ໜຶ່ງຄືນ​ໃໝ່. 2 ຝ່າຍ​ໄດ້​ເຫັນ​ດີ​ເຊື່ອມ​ຕໍ​່ການ​ເຈລະຈາ​ຄືນ​ໃໝ່​ໃນ​ຕົ້ນ​ອາທິດ​ໜ້າ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ ພາຍຫຼັງ​ກອງ​ປະຊຸມ​ຢູ່​ບຣຸກ​ແຊນ, ປະ​ເທດ​​ແບນ​ຊິກ, ທ່ານ Jeroen Dijsselbloem, ຫົວໜ້າ​ກຸ່ມ​ບັນດາ​ລັດຖະມົນຕີ​ການ​ເງິນຂອງ Eurozone (Eurogroup) ​ໃຫ້​ຮູ້​ວ່າ, ການ​ປຶກສາ​ຫາລື​ໃນ​ເວທີ​ປາ​ໄສ​ດຳ​ເນີນ​ໄປ​ດ້ວຍ​ຈິດ​ໃຈ​ສ້າງສັນ ​ແຕ່​ບໍ່​ພໍ​ເພື່ອ​ກ້າວ​ໄປ​ເຖິງ​ຂໍ້​ຕົກລົງ​ລວມ.
ຂ່າວ/ບົດ​ອື່ນ