ເກຼັກປະເອີບໃຈຕໍ່ແງ່ຫວັງບັນລຸໄດ້ຂໍ້ຕົກລົງກັບອີຢູ

ເກຼັກປະເອີບໃຈຕໍ່ແງ່ຫວັງບັນລຸໄດ້ຂໍ້ຕົກລົງກັບອີຢູ - ảnh 1
(ພາບ​ປະ​ກອບ​ຈາກ Bloomberg)

(vovworld) – ກ່ອນ​ທີ່​ຈັດ​ກອງ​ປະ​ຊຸມ​ສຳ​ຄັນ 2 ຄັ້ງ​ຂອງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ ບັນ​ດາ​ປະ​ເທດ​ສະ​ມາ​ຊິກເຂດ​ໃຊ້​ສະ​ກຸນ​ເງິນ ເອີ​ໂຣ ລວ​ມ (Eurozone) ແລະ ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ກ່ຽວ​ກັບ​ບັນ​ຫາ​ບ້ວງ​ໜີ້​ຂອງ ເກຼັກ, ວັນ​ທີ 9/2, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເກຼັກ Alexis Tsipras ​ໄດ້ສະ​ແດງ​ຄວາມ​ປະ​ເອີບ​ໃຈ​​ຕໍ່ແງ​່​ຫວັງ Athens ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ​ທີ່ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ບ້ວງ​ເງິນໜູນ​ຊ່ວຍຂອງ​ປະ​ເທດນີ້. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່​ນະ​ຄອນຫຼວງ Vienna ຂອງ ປະ​ເທດ ໂອ​ຕ​ຣິດ, ທ່ານ Tsipras  ເນັ້ນ​ໜັກ​ວ່າ: ບັນ​ດາ​ຝ່າຍ​ເຈ​ລະ​ຈາ​ລ້ວນ​ແຕ່​ມີ​ຄວາມ​ຫວັງ​ລວມ​​ແມ່ນຢາກ​ແກ້​ໄຂວິ​ກິດ​ການ​​ໃນປະ​ຈຸ​ບັນ​ຢູ່ ເກຼັກ ແລ​ະ ທ່ານ ເຊື່ອມ​ໝັ້ນ​ວ່າ: ເກຼັກ ຈະ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ເອີ​ລົບ ໂດ​ຍ​ໄວ.


ຂ່າວ/ບົດ​ອື່ນ