ເກີດເຫດຍິງປືນຢູ່ມະຫາວິທະຍາໄລທີ່ປະເທດ ຟີລິບປິນ

(VOVWORLD) - ໃນຈຳນວນບັນດາຜູ້ເສຍຊີວິດມີທ່ານນາງ Rose Furigay, ອະດີດຜູ້ວ່າການແຂວງ Basilan.
ເກີດເຫດຍິງປືນຢູ່ມະຫາວິທະຍາໄລທີ່ປະເທດ ຟີລິບປິນ - ảnh 1
ເຫດຍິງປືນເກີດຂຶ້ນໃນວັນທີ 24/7  ນະຄອນ Quezon (ພາບ: AP)

ຕອນບ່າຍວັນທີ 24 ກໍລະກົດ, ເຫດຍິງປືນເກີດຂຶ້ນຢູ່ປະຕູໂຂງຂອງມະຫາວິທະຍາໄລກົດໝາຍ Anteneo De Manila ຂຶ້ນກັບນະຄອນ Quezon, ປະເທດ ຟີລິບປິນ, ເຮັດໃຫ້ 3 ຄົນຖືກເສຍຊີວິດ. ວົງການເຈົ້າໜ້າທີ່ທ້ອງຖິ່ນ ໃຫ້ຮູ້ວ່າ: ໃນຈຳນວນບັນດາຜູ້ເສຍຊີວິດມີທ່ານນາງ Rose Furigay, ອະດີດຜູ້ວ່າການແຂວງ Basilan.

        ຕາມເຈົ້າໜ້າທີ່ຕຳຫຼວດແລ້ວ, ຜູ້ທີ່ຖືກສົງໄສແມ່ນ Chao Tiao Yumul, ມີການຂັດແຍ້ງດ້ານນິຕິທຳເປັນໄລຍະຍາວກັບທ່ານນາງ Furigay. ຕຳຫຼວດຖືວ່າ ເຫດຍິງປືນ ແມ່ນການລອບສັງຫານມີເປົ້າໝາຍ ແລະ ຄາດຕະກອນກະທຳພຽງຜູ້ດຽວ.

        ປະຈຸບັນ, ຕຳຫຼວດນະຄອນ Quezon ໄດ້ຈັບຕົວຜູ້ຖືກສົງໄສແລ້ວ ແລະ ພວມດຳເນີນຂັ້ນຕອນສືບສວນ.

ຕອບກັບ

ຂ່າວ/ບົດ​ອື່ນ