ເກິນເທີ: ໄຂງານວາງສະແດງ “ກຳປູເຈຍ - ອານາຈັກແຫ່ງວັດທະນະທຳ”

(VOVWORLD) -ງານວາງສະແດງດັ່ງກ່າວໄດ້ເປີດປະຕູໄປຮອດວັນທີ 22 ພະຈິກ ຈຶ່ງອັດລົງ.
ເກິນເທີ: ໄຂງານວາງສະແດງ “ກຳປູເຈຍ -  ອານາຈັກແຫ່ງວັດທະນະທຳ” - ảnh 1 (ງານວາງສະແດງ “ກຳປູເຈຍ - ອານາຈັກແຫ່ງວັດທະນະທຳ”)

ຕອນບ່າຍວັນທີ 19 ພະຈິກ, ໂດຍສືບຕໍ່ບັນດາການເຄື່ອນໄຫວນອນໃນສັບປະດາວັດທະນະທຳກຳປູເຈຍ 2019, ຢູ່ຫໍພິພິຕະພັນນະຄອນເກິນເທີ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບກະຊວງວັດທະນະທຳ - ສິລະປະກຳປູເຈຍ ໄຂງານວາງສະແດງ “ກຳປູເຈຍ - ອານາຈັກແຫ່ງວັດທະນະທຳ”.

        ງານວາງສະແດງໄດ້ວາງສະແດງພາບຖ່າຍສິລະປະເກືອບ 50 ແຜ່ນ ເຊິ່ງໄດ້ແນະນຳກ່ຽວກັບຄວາມເປັນຫຼາຍຮູບຫຼາຍແບບຂອງວັດທະນະທຳກຳປູເຈຍ ຜ່ານບັນດາມໍລະດົກວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸ ກໍຄືຄວາມສວຍງາມແບບທຳມະຊາດ ແລະ ຄວາມອົບອຸ່ນຂອງປະຊາຊົນກຳປູເຈຍ. ທ່ານ ເລງອັກດິ້ງ, ຮອງຫົວໜ້າກົມຮ່ວມມືສາກົນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ.

        “ດ້ວຍພື້ນຖານຄວາມສາມັກຄີ, ການຮ່ວມມືມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານລະຫວ່າງຫວຽດນາມ ແລະ ກຳປູເຈຍ, ການພົວພັນແລກປ່ຽນ, ການຮ່ວມມືທາງດ້ານວັດທະນະທຳແມ່ນນັບມື້ນັບມີຄວາມໝາຍສຳຄັນ, ແມ່ນພື້ນຖານເພື່ອຊຸກຍູ້ພັດທະນາການພົວພັນຮ່ວມມືລະຫວ່າງ 2 ປະເທດ.”

        ງານວາງສະແດງດັ່ງກ່າວໄດ້ເປີດປະຕູໄປຮອດວັນທີ 22 ພະຈິກ ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ