ເຂດ​ນິ​ເວດ​ວິ​ທະ​ຍາ 2 ແຫ່ງ​ຂອງ ຫວຽດ​ນາມ ໄດ້ຮັບ​ການ​ສະ​ເໜີ​ຢູ່ UNESCO

(VOVWORLD) -ຖ້າຫາກວ່າໃນກອງປະຊຸມຄັ້ງນີ້ຂອງ CIC – MAB, ເຂດນິເວດວິທະຍາ 2 ແຫ່ງດັ່ງກ່າວໄດ້ຮັບການປ່ອນບັດຮັບຮອງ ຫວຽດນາມ ຈະມີເຂດນິເວດວິທະຍາ 11 ແຫ່ງ ແລະ ແມ່ນໜຶ່ງໃນ ບັນດາປະເທດທີ່ມີຈຳນວນເຂດນິເວດວິທະຍາໄດ້ຮັບການຮັບຮອງຫຼາຍທີ່ສຸດໃນໂລກຄັ້ງນີ້.
ເຂດ​ນິ​ເວດ​ວິ​ທະ​ຍາ 2 ແຫ່ງ​ຂອງ ຫວຽດ​ນາມ ໄດ້ຮັບ​ການ​ສະ​ເໜີ​ຢູ່ UNESCO - ảnh 1ພາບປະກອບ: TTXVN

ໃນຂອບເຂດຂອງກອງປະຊຸມຄັ້ງທີ 33 ຂອງສະພາປະສານງານສາກົນ ໂຄງການມະນຸດ ແລະ ນິເວດວິທະຍາ (CIC -MAB) ໄດ້ດຳເນີນຢູ່ ນີເຊເຣີຍ ໃນລະຫວ່າງວັນທີ 13 -  17 ກັນຍາ, ຫວຽດນາມ ມີ ເຂດນິເວດວິທະຍາ 2 ແຫ່ງ ແມ່ນ ພູຈົ້ວ (ແຂວງນິງທ້ວນ) ແລະ ພູພຽງ ກອນຮ່າໜຶ່ງ (ແຂວງຢາລາຍ) ໄດ້ສະເໜີປ່ອນບັດຮັບຮອງ. ຕາມທ່ານນາງ ເລທິຮົ່ງເວິນ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO), ປັດຈຸບັນ ຫວຽດນາມ ມີເຂດນິເວດວິທະຍາ 9 ແຫ່ງໄດ້ຮັບການຮັບຮອງຈາກ UNESCO. ຖ້າຫາກວ່າໃນກອງປະຊຸມຄັ້ງນີ້ຂອງ CIC – MAB, ເຂດນິເວດວິທະຍາ 2 ແຫ່ງດັ່ງກ່າວໄດ້ຮັບການປ່ອນບັດຮັບຮອງ ຫວຽດນາມ ຈະມີເຂດນິເວດວິທະຍາ 11 ແຫ່ງ ແລະ ແມ່ນໜຶ່ງໃນ ບັນດາປະເທດທີ່ມີຈຳນວນເຂດນິເວດວິທະຍາໄດ້ຮັບການຮັບຮອງຫຼາຍທີ່ສຸດໃນໂລກຄັ້ງນີ້. ນີ້ກໍ່ແມ່ນຄັ້ງທຳອິດນັບແຕ່ປີ 2015, ຫວຽດນາມ ມີບັນດາເຂດນິເວດວິທະຍາ ໄດ້ຍົກອອກມາສະເໜີ. ຄາດວ່າ ຕອນບ່າຍວັນທີ 15 ກັນຍາ, CIC – MAB ຈະເລີ່ມຕົ້ນການປ່ອນບັດ.

ຕອບກັບ

ຂ່າວ/ບົດ​ອື່ນ