ເຂດພູພຽງຫີນ ດົ່ງວັນ ຮັບນາມມະຍົດ “ສະຖານທີ່ນັດພົບດ້ານວັດທະນະທຳແຖວໜ້າໂລກ ປີ 2025”

(VOVWORLD) - ນາມມະຍົດດັ່ງກ່າວ ແມ່ນການຮັບຮູ້ຂອງໂລກສຳລັບບັນດາຄວາມມານະພະຍາຍາມອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກເຊິ່ງແຂວງ ຕວຽນກວາງ ຢືດໝັ້ນປະຕິບັດ.
ເຂດພູພຽງຫີນ ດົ່ງວັນ ຮັບນາມມະຍົດ “ສະຖານທີ່ນັດພົບດ້ານວັດທະນະທຳແຖວໜ້າໂລກ ປີ 2025” - ảnh 1ພິທີມອບລາງວັນ
(ພາບ: sovhttdl.tuyenquang.gov.vn)

ຕອນຄ່ຳວັນທີ 06 ທັນວາ, ຢູ່ລາຊະອານາຈັກ Bahrain ໄດ້ຈັດພິທີມອບລາງວັນການທ່ອງທ່ຽວໂລກ (World Travel Awards - WTA) ປີ 2025. ທີ່ພິທີ, ສວນສາທາລະນະທໍລະນີທົ່ວໂລກ UNESCO ເຂດພູພຽງຫີນ ດົ່ງວັນ, ແຂວງ ຕວຽນກວາງ, ຫວຽດນາມ ຄວ້າໄດ້ຖ້ວຍລາງວັນໄຊຊະນະປະເພດ “ສະຖານທີ່ນັດພົບດ້ານວັດທະນະທຳແຖວໜ້າໂລກ ປີ 2025”.

ມີຜູ້ຕາງໜ້າບັນອົງການທ່ອງທ່ຽວສາກົນ, ອົງການຄຸ້ມຄອງ, ນັກຊ່ຽວຊານ, ວິສາຫະກິດ ແລະ ສື່ມວນຊົນທີ່ມາຈາກກວ່າ 100 ປະເທດ ແລະ ເຂດແຄ້ວນ ເຂົ້າຮ່ວມພິທີ.

ກ່າວຄຳເຫັນທີ່ພິທີ, ການນຳແຂວງ ຕວຽນກວາງ ເນັ້ນໜັກວ່າ ນາມມະຍົດດັ່ງກ່າວ ແມ່ນການຮັບຮູ້ຂອງໂລກສຳລັບບັນດາຄວາມມານະພະຍາຍາມອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກເຊິ່ງແຂວງ ຕວຽນກວາງ ຢືດໝັ້ນປະຕິບັດ. ນີ້ກໍ່ແມ່ນກຳລັງໜູນເພື່ອໃຫ້ທາງແຂວງ ສືບຕໍ່ສ້າງຂະແໜງທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມໃນຊຸມປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ