ການເຈລະຈານະໂຍບາຍການປ້ອງກັນຊາດ
ຫວຽດນາມ - ອາເມລິກາ
photo:dangcongsan.vn
|
(vovworld)- ວັນທີ 21/10 ຢູ່ ຮ່າໂນ້ຍ ໄດ້ດຳເນີນການເຈລະຈານະໂຍບາຍການປ້ອງກັນຊາດຫວຽດນາມ - ອາເມລິກາ ປີ 2014. ພົນໂທ ຫງວຽນຈີວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນຳຫນ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມການເຈລະຈາ. ຄະນະຜູ້ແທນອາເມລິກາ ໂດຍທ່ານນາງ Amy Searight ຮອງຜູ້ຊ່ວຍວຽກລັດຖະມົນຕີກະຊວງປອ້ງກັນປະເທດ, ຮັບຜິດຊອບພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ນຳຫນ້າ. ທີ່ການເຈລະຈາ, ສອງຝ່າຍ ໄດ້ແລກປ່ຽນສະພາບການໂລກ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ສຳຫລວດກວດຄືນໝາກຜົນທີ່ບັນລຸໄດ້ໃນ 5 ຂົງເຂດຊື່ງລະບຸໄວ້ໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືປ້ອງກັນຊາດສອງຝ່າຍ ແລະ ເຫັນດີເປັນເອກະສັນກັນວ່າ: ໃນໄລຍະຜ່ານມາ ບາງຂົງເຂດມີບາດກ້າວພັດທະນາໃຫມ່, ເປັນຕົ້ນແມ່ນບັນດາການເຄື່ອນໄຫວຮ່ວມມືທີ່ມີລັກສະນະມະນຸດສະທຳ.ສອງຝ່າຍຖືວ່າ ໄລຍະຈະມາເຖິງຄວນເພີ່ມທະວີການຮ່ວມມືໃນບາງຂົງເຂດໃຫມ່ຄື: ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ, ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ຮ່ວມມືໃນຂົງເຂດເສນາຮັກ, ກູ້ຊ່ວຍໄພພິບັດທຳມະຊາດ, ກູ້ໄພກູ້ຊີບ.
ຕອນບ່າຍວັນດຽວກັນ, ພົນເອກ ຟູ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກໍໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນອາເມລິກາ. ນະທີ່ນີ້, ທ່ານພົນເອກ ຟຸ່ງກວາງແທງ ຢືນຢັນໝາກຜົນທີ່ບັນລຸໄດ້ຜ່ານການເຈລະຈາລະຫວ່າງສອງຝ່າຍ ຈະປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ອາເມລິກາກວ່າອີກ.