ເຈົ້າແຂວງ ບາຫຼີ ຫວັງວ່າ ຫວຽດນາມ ຈະໜູນຊ່ວຍຟື້ນຟູເກາະທ່ອງທ່ຽວ ອິນໂດເນເຊຍ

(VOVWORLD) -ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຕ້າວັນທົງ ປາດຖະໜາວ່າ ບາຫຼີ ຈະສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາບໍລິສັດການບິນຂອງ ຫວຽດນາມ ເປີດສາຍການບິນໂດຍກົງລະຫວ່າງ 2 ປະເທດຄືນໃໝ່.
ເຈົ້າແຂວງ ບາຫຼີ ຫວັງວ່າ ຫວຽດນາມ ຈະໜູນຊ່ວຍຟື້ນຟູເກາະທ່ອງທ່ຽວ ອິນໂດເນເຊຍ - ảnh 1(ທ່ານເຈົ້າແຂວງ ບາຫຼີ Wayan Koster ທີ່ການເຮັດວຽກກັບທ່ານເອກອັກຄະລັດຖະທູດ ຕ້າວັນທົງ)

ກ່າວຄຳເຫັນທີ່ການເຮັດວຽກກັບທ່ານເຈົ້າແຂວງ ບາຫຼີ Wayan Koster ແລະ ທ່ານຮອງເຈົ້າແຂວງ ບາຫຼີ Cok Ace, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາໂລກ (IPU) ຄັ້ງທີ 144 ດຳເນີນຢູ່ເກາະ ບາຫຼີ ໃນອາທິດຜ່ານມາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຕ້າວັນທົງ ປາດຖະໜາວ່າ ບາຫຼີ ຈະສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາບໍລິສັດການບິນຂອງ ຫວຽດນາມ ເປີດສາຍການບິນໂດຍກົງລະຫວ່າງ 2 ປະເທດຄືນໃໝ່. ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ, ໃນອາຍຸການປະຕິບັດງານຂອງຕົນ, ທ່ານຈະສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

ສ່ວນທ່ານເຈົ້າແຂວງ ບາຫຼີ Wayan Koster ໄດ້ສະແດງຄວາມຂອບໃຈ ຫວຽດນາມ ທີ່ໄດ້ໜູນຊ່ວຍ ບາຫຼີ ໃນການຟື້ນຟູຂະແໜງການທ່ອງທ່ຽວ. ໃນຂະນະນັ້ນ, ທ່ານຮອງເຈົ້າແຂວງ ບາງຫຼີ Cok Ace ຫວັງວ່າ ຫວຽດນາມ ຈະເປີດສະຖານກົງສູນປະຈຳ ບາຫຼີ ເພື່ອໜູນຊ່ວຍ ແລະ ຊຸກຍູ້ນັກທ່ອງທ່ຽວ ຫວຽດນາມ ຢູ່ ບາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ