ເຈົ້າໜ້າທີ່ຫຼາຍທ່ານຢູ່ພາກຕາເວັນຕົກ ແລະ ພາກກາງຢູແກຼນຖືກບຸກໂຈມຕີ
ເຈົ້າຄອງນະຄອນ Kremanchuk ຢູ່ພາກກາງຢູແກຼນ ທ່ານ Oleh Babayev ໄດ້ຍິງເສຍຊີວິດ
(ພາບ: AP)
|
(vovworld)- ສະພາບການຄວາມສະຫງົບຢູ່ພາກຕາເວັນຕົກ ແລະ ພາກກາງຢູແກຼນ ພວມພາໃຫ້ເກີດຄວາມວິຕົກກັງວົນຍິ່ງຂຶ້ນ ຂະນະທີ່ໃນມື້ດຽວກັນມີເຈົ້າໜ້າທີ່ 2 ຄົນຂອງອຳນາດການປົກຄອງຖືກບຸກໂຈມຕີ. ກະຊວງພາຍໃນຢູແກຼນ ໃຫ້ຮູ້ເມື່ອວັນທີ 26/7 ວ່າ ເຈົ້າຄອງນະຄອນ Kremanchuk ຢູ່ພາກກາງຢູແກຼນ ທ່ານ Oleh Babayev ໄດ້ເສຍຊີວິດພາຍຫຼັງຖືກບຸກຄົນແປກໜ້າຍິງດ້ວຍປືນລະງັບສຽງ.
ໃນວັນດຽວກັນ, ກໍໄດ້ເກີດມີການບຸກໂຈມຕີດ້ວຍປືນຍິງສົ່ງໝາກແຕກ ແນໃສ່ເຮືອນສ່ວນຕົວຂອງເຈົ້າຄອງນະຄອນ lviv ຢູ່ພາກຕາເວັນຕົກຢູແກຼນ ທ່ານ Sadoviy. ແຕ່ໂຊກດີ, ເຈົ້າໜ້າທີ່ທ່ານນີ້ ບໍ່ຢູເຮືອນໃນເວລາເກີດເຫດ.