ເຊີດຊູບັນດານັກວິທະຍາສາດແລະບັນດາໂຄງການວິທະຍາສາດທີ່ໂດດເດັ່ນ

ເຊີດຊູບັນດານັກວິທະຍາສາດແລະບັນດາໂຄງການວິທະຍາສາດທີ່ໂດດເດັ່ນ - ảnh 1
​​ການ​ເຄ​ື່ອນ​ໄຫວສະ​ເຫຼີມ​ສະຫຼອງ ວັນ​ວິ​ທະ​ຍາ​ສາດ
 ແລະ ເຕັກ​ໂນ​ໂລ​ຊ​ີ ຫວຽດ​ນາມ (18/5)
(ພາບ: vnu.edu.vn)

(vovworld) –​ ໃນ​ວັນ​ທີ 17/5, ໃນ​ຂອບ​ເຂດ​​ການ​ເຄ​ື່ອນ​ໄຫວສະ​ເຫຼີມ​ສະຫຼອງ ວັນ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊ​ີ ຫວຽດ​ນາມ (18/5), ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່​ງ​ຊາດ ຮ່າ​ໂນ້ຍ ​ໄດ້ມອບ​ລາງວັນ ວັນ​ວິ​ທະ​ຍາ​ສາດ ແລະເຕັກ​ໂນ​ໂລ​ຊີ ໄລ​ຍະ 2011-2020 ໃຫ້ 10 ກຸ່ມ​ໂຄງ​ການ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ; ພ້ອມ​ທັງ, ມອບ​ໃບ​ຍ້ອງ​ຍໍ ໃຫ້​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ທີ່​ມີ​ຜົນ​ງານ​​ດີ​ເດັ່ນ ໃນ​ການ​ເຄື່ອນ​ໄຫວ ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ປີ 2016. ລາງວັນ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່​ງ​ຊາດ ຮ່າ​ໂນ້ຍ ໄດ້​ມອບໃຫ້ 10 ໂຄງ​ການ.

        ນີ້​ແມ່ນ​ບັນ​ດາ​ໂຄງ​ການ, ກຸ່ມວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​​ຊີທີ່ໂດດ​ເດັ່ນ, ມີ​ຂອບ​ຂະ​ໜາດ ວິ​ທະ​ຍາ​ສາດ ແລະ ມີ​ຄວາມ​ໝາຍ​ພຶດ​ຕິ​ກຳ​ຕົວ​ຈິງ​ສູງ. ບັນ​ດາ​ຜະ​ລິດ​ຕະ​ພັນ ທີ່​ໄດ້​ຮັບ​ລາງວັນ​ມ​ໃນ​ຄັ້ງ​ນີ ສະ​ແດງ​ໃຫ້​ເຫັນ​ການ​ຜູກ​ຮັດຢ່າງ​ແໜ້ນ​ແຟ້ນ ລະ​ຫວ່າງ ການ​ຄົ້ນ​ຄ້​ວາ​ກັບ​ພຶດ​ຕິ​ກຳ​ຕົວ​ຈິງ, ສະ​ແດງ​ເຖິງ​ລະ​ດັບ ວິ​ທະ​ຍາ​ສາດ​ສູງ, ບັນ​ລຸ​ມາດ​ຕະ​ຖານ​ສາ​ກົນ.

 

ຂ່າວ/ບົດ​ອື່ນ