ເຊີດຊູມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ “ອາຊີບຜະລິດນ້ຳປາ ນາມໂອ”

(VOVWORLD) - ຕອນເຊົ້າວັນທີ 04 ກໍລະກົດ, ທີ່ນະຄອນ ດ່າໜັງ ໄດ້ດຳເນີນພິທີເຊີດຊູ “ອາຊີບຜະລິດນ້ຳປາ ນາມໂອ” ແມ່ນມໍລະດົກບໍ່ເປັນວັດຖຸລະດັບຊາດ. 

ນີ້ແມ່ນມໍລະດົກບໍ່ເປັນວັດຖຸທຳອິດກ່ຽວກັບດ້ານສະບຽງອາຫານ ຫວຽດນາມ ໄດ້ຮັບການເຊີດຊູ, ເປັນພື້ນຖານເພື່ອໃຫ້ ດ່າໜັງ ອະນຸລັກຮັກສາອາຊີບຜະລິດນ້ຳປາ ນາມໂອ ຕິດພັນກັບການພັດທະນາການທ່ອງທ່ຽວ.

ເຊີດຊູມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ “ອາຊີບຜະລິດນ້ຳປາ ນາມໂອ” - ảnh 1ເຊີດຊູມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ “ອາຊີບຜະລິດນ້ຳປາ ນາມໂອ” (ພາບ: TTXVN)

        ທ່ານ ເລວັນເຫງັຍ, ຮອງປະທານຄະນະກຳມະການປະຊາຊົນເມືອງ ລຽນຈ໋ຽວ, ນະຄອນ ດ່າໜັງ ໃຫ້ຮູ້ວ່າ: ຄະນະກຳມະການປະຊາຊົນນະຄອນ ໄດ້ອະນຸມັດຜ່ານແຜນຮ່າງ “ອະນຸລັກຮັກສາອາຊີບຜະລິດນ້ຳປາ ນາມໂອ ຕິດພັນກັບການພັດທະນາການທ່ອງທ່ຽວນະຄອນ ດ່າໜັງ”. ທ່ານ ເລວັນເຫງັຍ ກ່າວວ່າ: ດ້ວຍເປົ້າໝາຍຢາກນຳຜະລິດຕະພັນນ້ຳປາ ນາມໂອ ກາຍເປັນຜະລິດຕະພັນທ່ອງທ່ຽວ, ກໍ່ສ້າງໝູ່ບ້ານອາຊີບກາຍເປັນສະຖານທີ່ທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ