ເຊັນໂຄງການໜູນຊ່ວຍວິສາຫະກິດຫວຽດນາມຢູ່ບັ໊ກນິງ

(VOVWORLD) -ຕາມບົດບັນທຶກຊ່ວຍຈຳແລ້ວ, ໂຄງການດັ່ງກ່າວໄດ້ປະຕິບັດໃນຮອບເວລາ 6 ປີ (2020 - 2025), ລວມມີ 2 ເນື້ອໃນຕົ້ນຕໍຄື: ໂຄງການໃຫ້ຄຳປຶກສາປະຕິຮູບວິສາຫະກິດ ແລະ ໂຄງການພັດທະນານັກສະໜອງ.

ເຊັນໂຄງການໜູນຊ່ວຍວິສາຫະກິດຫວຽດນາມຢູ່ບັ໊ກນິງ - ảnh 1 ພິທີເຊັນ 3 ຝ່າຍ

(ພາບ: VGP)

ວັນທີ 21 ກັນຍາ, ຢູ່ນະຄອນ ບັ໊ກນິງ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ໄດ້ເຂົ້າຮ່ວມ ແລະ ເປັນປະທານພິທີເຊັນ 3 ຝ່າຍ ລວມມີ: ກະຊວງອຸດສາຫະກຳການຄ້າຫວຽດນາມ, ຄະນະກຳມະການປະຊາຊົນແຂວງ ບັ໊ກນິງ ແລະ ບໍລິສັດ Samsung Electronics Viet Nam ຈຳກັດ ກ່ຽວກັບໂຄງການໜູນຊ່ວຍວິສາຫະກິດຫວຽດນາມ ໃນບໍລິເວນແຂວງ ບັ໊ກນິງ.

          ຕາມບົດບັນທຶກຊ່ວຍຈຳແລ້ວ, ໂຄງການດັ່ງກ່າວໄດ້ປະຕິບັດໃນຮອບເວລາ 6 ປີ (2020 - 2025), ລວມມີ 2 ເນື້ອໃນຕົ້ນຕໍຄື: ໂຄງການໃຫ້ຄຳປຶກສາປະຕິຮູບວິສາຫະກິດ ແລະ ໂຄງການພັດທະນານັກສະໜອງ. ເປົ້າໝາຍຂອງຂໍ້ຕົກລົງດັ່ງກ່າວແມ່ນຮອດປີ 2025, ອັດຕາສ່ວນປະກອບຂອງບັນດາວິສາຫະກິດຫວຽດນາມ ພວມເຄື່ອນໄຫວໃນບໍລິເວນແຂວງ ບັ໊ກນິງ ເຂົ້າມູນຄ່າການຜະລິດອຸດສາຫະກຳໂດຍ Samsung ສ້າງຂຶ້ນ ຈະເພີ່ມຂຶ້ນໃນແຕ່ລະປີຜ່ານການປະຕິບັດບັນດາໂຄງການຮ່ວມມື.

          ທີ່ພິທີເຊັນ, ທ່ານຮອງນາຍົກລັດຖະມົນຕີ ຈຶ້ງດິ່ງຢຸງ ໄດ້ມອບໜ້າທີ່ໃຫ້ກະຊວງອຸດສາຫະກຳການຄ້າ ພ້ອມກັບບັນດາກະຊວງ, ຂະແໜງການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາວິສາຫະກິດ; ສ້າງກາລະໂອກາດສ້າງຕັ້ງ ແລະ ພັດທະນາລະບົບມູນຄ່າຢູ່ພາຍໃນປະເທດ ຜ່ານການດຶງດູດການລົງທຶນຢ່າງມີປະສິດທິຜົນ, ຊຸກຍູ້ການຮ່ວມສຳພັນລະຫວ່າງບັນດາວິສາຫະກິດຫວຽດນາມ ກັບບັນດາວິສາຫະກິດຕ່າງປະເທດ…

          ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ແຂວງ ບັ໊ກນິງ ຈົ່ງສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ປັບປຸງບັນດາການວາງແຜນເພື່ອສ້າງເງື່ອນໄຂດຶງດູດການລົງທຶນ; ສືບຕໍ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ຄົມມະນາຄົມ, ເຕັກໂນໂລຊີ… ເພື່ອສ້າງເງື່ອນໄຂດອງດູດແຫຼ່ງຊັບພະຍາກອນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ