ເຊື້ອພະຍາດອັກເສບປອດ Covid-19 ພວມຜັນແປໄປຢ່າງສັບສົນ

(VOVWORLD) -  ທີ່ກອງປະຊຸມຄະນະປະຈຳກົມການເມືອງສູນກາງພັກກອມມູນິດ ຈີນ, ຈັດຕັ້ງໃນຕອນເຊົ້າວັນທີ 26 ກຸມພາ ຢູ່ບັກກິງ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຮຽກຮ້ອງໃຫ້ປະເທດນີ້ ປັບປຸງບັນດາໝາກຜົນທີ່ບັນລຸໄດ້, ບໍ່ໄດ້ປະໝາດຕໍ່ຄວາມສ່ຽງຂອງໂລກລະບາດ Covid-19 ອາດຈະເກີດຂຶ້ນຄືນໃໝ່.
ເຊື້ອພະຍາດອັກເສບປອດ Covid-19 ພວມຜັນແປໄປຢ່າງສັບສົນ - ảnh 1 ທ່ານປະທານປະເທດ ຈີນ ສີຈິ້ນຜິງ (ພາບ: THX/TTXVN)

        ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ປັດຈຸບັນ, ທ່າອ່ຽງຕັ້ງໜ້າຂອງວຽກງານປ້ອງກັນ, ຄວບຄຸມໂລກລະບາດ Covid-19 ຢູ່ ຈີນ ພວມເປີດກ້ວາງ, ເສດຖະກິດສັງຄົມພວມໄດ້ຮັບການຟື້ນຟູຢ່າງວ່ອງໄວ, ເຖິງຢ່າງໃດກໍ່ຕາມ ສະພາບໂລກລະບາດຢູ່ ຮູເປີ່ຍ ແລະ ອູຫັ້ນ ຍັງ “ສັບສົນ, ຮ້າຍແຮງ”, ຕ້ອງຄິດໄລ່ເຖິງຄວາມສ່ຽງຍ້ອນໂລກພະຍາດອາດຈະກັບມາແຜ່ລະບາດຄືນໃໝ່ຢູ່ບັນດາເຂດອື່ນ.

        ແລະກໍ່ໃນວັນທີ 26 ກຸມພາ, ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ: ປັດຈຸບັນຈຳນວນກໍລະນີຕິດເຊື້ອໄວຣັດ SARS-CoV2 ຢູ່ບັນດາປະເທດໃນໂລກຫລາຍກ່ວາຢູ່ ຈີນ, ເປັນຂີດໝາຍການຫັນປ່ຽນຂອງເຊື້ອພະຍາດອັກເສບປອດ Covid-19.

        ໄລ່ຮອດຕອນຄ່ຳວັນທີ 26 ກຸມພາ (ຕາມເວລາ ຫວຽດນາມ), ທົ່ວໂລກໄດ້ມີ 81.279 ກໍລະນີຕິດເຊື້ອ Covid-19 ແລະ 2.770 ກໍລະນີເສຍຊີວິດ (ໃນນັ້ນ ຢູ່ ຈີນ ແມ່ນ 2.715 ກໍລະນີ). ໂລກລະບາດໄດ້ເກີດຂຶ້ນ ແລະ ແຜ່ລະບາດຢູ່ 42 ປະເທດ ແລະ ເຂດແຄ້ວນໃນໂລກ.        ປັດຈຸບັນ, ໂລກລະບາດພວມຜັນແປໄປຢ່າງສັບສົນ ແລະ ວ່ອງໄວຢູ່ ສ.ເກົາຫຼີ, ຍີ່ປຸ່ນ ແລະ ອີຕາລີ.

ວັນທີ 27 ກຸມພາ, ວົງການເຈົ້າໜ້າທີ່ສາທາລະນະສຸກແທດ ແດນມາກ ໃຫ້ຮູ້ວ່າ: ປະເທດນີ້ ໄດ້ກວດພົບມີກໍລະນີທຳອິດຕິດໄວຣັດ SARS-CoV-2 ທີ່ກໍ່ໃຫ້ເກີດພະຍາດອັກເສບປອດ Covid-19. ກໍລະນີທຳອິດນີ້ ຖືກຕິດໄວຣັດ SARS-CoV-2 ພາຍຫລັງໄປພັກຜ່ອນບຳລຸງສຸຂະພາບຢູ່ພາກເໜືອປະເທດ ອີຕາລີ. ກໍລະນີດັ່ງກ່າວ ພວມຖືກແຍກຕົວຢູ່ເຮືອນສ່ວນຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ