ເຊື່ອມ​ຊຶມ​ທິດ​ທຳ​ໃຫຍ່ “ຈະ​ແຈ້ງ, ເຂັ້ມ​ງວດ, ໜັກ​ແຟ້ນ, ປະ​ສິດ​ທິ​ຜົນ” ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) - ຫ້ອງການລັດຖະບານຫາກໍແຈ້ງໃຫ້ຊາບບົດສະຫຼຸບຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ ກອງປະຊຸມແບບທາງໄກໃນວັນທີ 23 ກໍລະກົດ ກ່ຽວກັບການຜັນຂະຫຍາຍປະຕິບັດໂທລະເລກຂອງ ຄະນະປະຈຳຄະນະເລຂາສູນກາງພັກ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ເຊື່ອມ​ຊຶມ​ທິດ​ທຳ​ໃຫຍ່ “ຈະ​ແຈ້ງ, ເຂັ້ມ​ງວດ, ໜັກ​ແຟ້ນ, ປະ​ສິດ​ທິ​ຜົນ” ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງກວດກາວຽກງານປ້ອງກັນສະກັດກັ້ນໂລກລະບາດຢູ່ນະຄອນ ໂຮ່ຈີມິນ (ພາບ: moh.gov.vn)

ແຈ້ງການດັ່ງກ່າວໄດ້ຊີ້ແຈ້ງວ່າ ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ອີງໃສ່ສະພາບການຕົວຈິງ ຕ້ອງເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມີໄຫວພິບ ໝູນໃຊ້ບັນດາມາດຕະການໃຫ້ແທດເໝາະກັບສະພາບການໂລກລະບາດໃນບໍລິເວນຕາມຫຼັກການໃນສະພາບການໃໝ່.

        ອາດຈະນຳໃຊ້ບັນດາມາດຕະການທີ່ເຄັ່ງຄັດກວ່າ ເມື່ອທຽບໃສ່ຄຳສັ່ງເລກທີ 16 ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂດຍໄວ. ສຳລັບບັນດາແຂວງ, ນະຄອນທີ່ພວມປະຕິບັດການແຍກຫ່າງສັງຄົມຕາມຄຳສັ່ງເລກທີ 16, ຕ້ອງເຊື່ອມຊຶມທິດນຳໃຫຍ່ “ຈະແຈ້ງ, ເຂັ້ມງວດ, ໜັກແຟ້ນ, ມີປະສິດທິຜົນ”.

        ພ້ອມກັນນັ້ນ, ຮັບປະກັນລັກສະນະທັນການ, ມີຊັບພະຍາກອນມະນຸດ, ພື້ນຖານວັດຖຸຢ່າງພຽງພໍເພື່ອປ້ອງກັນ, ຕ້ານໂລກລະບາດ. ກະຊວງສາທາລະນະສຸກ ພ້ອມດ້ວຍບັນດາທ້ອງຖິ່ນ ຈົ່ງເພີ່ມທະວີບຸກຄະລາກອນທີ່ມີວິຊາການຢູ່ບັນດາຮາກຖານທີ່ຈຳເປັນ, ຮັບປະກັນອຸປະກອນປ້ອງກັນ ແລະ ສັກວັກຊິນໃຫ້ແກ່ກຳລັງປະຕິບັດໜ້າທີ່ຢູ່ແນວໜ້າຕ້ານໂລກລະບາດໃຫ້ຄົບຖ້ວນ. ຈັດຕັ້ງການສັກວັກຊິນຖືກຕ້ອງຕາມເປົ້າໝາຍ, ທັນການ, ປອດໄພ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ