ເຊື່ອມຕໍ່ຄວາມຮັກແພງ, ມຸ່ງໄປສູ່ບັນດາທະຫານເຂດທະເລ, ໝູ່ເກາະທີ່ຫ່າງໄກ

(VOVWORLD) -ລາຍການເພື່ອແນໃສ່ຕອບບຸນແທນຄຸນການອຸທິດສ່ວນທີ່ໃຫຍ່ຫຼວງຂອງພະນັກງານ, ທະຫານເຮືອປະຊາຊົນ ຫວຽດນາມ ໃນພາລະກິດປົກປັກຮັກສາອະທິປະໄຕເຂດທະເລ ໝູ່ເກາະ, ໄຫຼ່ທະວີບທີ່ສັກກະລະບູຊາຂອງປະເທດຊາດ.
ເຊື່ອມຕໍ່ຄວາມຮັກແພງ, ມຸ່ງໄປສູ່ບັນດາທະຫານເຂດທະເລ, ໝູ່ເກາະທີ່ຫ່າງໄກ - ảnh 1ລາຍການສະແດງສິລະປະພິເສດ “ລະດູບານໃໝ່ ເຈື່ອງຊາ”
(ພາບ: TTXVN)

ຕອນຄ່ຳວັນທີ 15 ມັງກອນ, ຢູ່ຮ່າໂນ້ຍ, ສື່ເອເລັກໂຕນິກພັກກອມມູນິດ ຫວຽດນາມ ໄດ້ສົມທົບກັບກອງບັນຊາການເຫຼົ່າທັບເຮືອ ແລະ ບັນດາອົງການທີ່ກ່ຽວຂ້ອງ ຈັດລາຍການສະແດງສິລະປະພິເສດ “ລະດູບານໃໝ່ ເຈື່ອງຊາ”. ລາຍການເພື່ອແນໃສ່ຕອບບຸນແທນຄຸນການອຸທິດສ່ວນທີ່ໃຫຍ່ຫຼວງຂອງພະນັກງານ, ທະຫານເຮືອປະຊາຊົນ ຫວຽດນາມ ໃນພາລະກິດປົກປັກຮັກສາອະທິປະໄຕເຂດທະເລ ໝູ່ເກາະ, ໄຫຼ່ທະວີບທີ່ສັກກະລະບູຊາຂອງປະເທດຊາດ. ຈຸດພົ້ນເດັ່ນໃນລາຍການແມ່ນສາລະຄະດີ ສະແດງໃຫ້ເຫັນໄລຍະ 10 ປີຜ່ານມາຂອງລາຍການ ລະດູບານໃໝ່ ເຈື່ອງຊາ ກໍ່ຄືບັນດາການເຄື່ອນໄຫວຕອບບຸນແທນຄຸນໃນຕະຫຼອດ 9 ປີຜ່ານມາຂອງລາຍການ. ລາຍການໄດ້ເຊື່ອມຕໍ່ຄວາມຮັກແພງ ມຸ່ງໄປເຖິງບັນດາທະຫານເຮືອຢູ່ເຂດຫ່າງໄກ; ຮຽກຮ້ອງການສະໜັບສະໜູນຊອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນ ຈົ່ງຮ່ວມແຮງຮ່ວມໃຈເພື່ອ ເຈື່ອງຊາ ທີ່ຮັກແພງ.

ຕອບກັບ

ຂ່າວ/ບົດ​ອື່ນ