ເຊື້ອ​ໄວ​ຣັດ​ກາຍ​ພັນ Omicron ໄດ້​ແຜ່​ລະ​ບາດ​ອອກ​ສູ່ຫຼາຍ​ທະ​ວີບ​ໃນ​ໂລກ

(VOVWORLD) -ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 29 ພະຈິກ (ຕາມເວລາ UCT), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 261,7 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 5,2 ລ້ານຄົນ.
ເຊື້ອ​ໄວ​ຣັດ​ກາຍ​ພັນ Omicron ໄດ້​ແຜ່​ລະ​ບາດ​ອອກ​ສູ່ຫຼາຍ​ທະ​ວີບ​ໃນ​ໂລກ - ảnh 1 (ພາບ: AFP/ TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 29 ພະຈິກ (ຕາມເວລາ UCT), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 261,7 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 5,2 ລ້ານຄົນ. ອາເມລິກາ, ອິນເດຍ ແລະ ບຣາຊິນ ຍັງຄົງແມ່ນ 3 ປະເທດທີ່ມີຈຳນວນຜູ້ຕິດເຊື້ອຫຼາຍກວ່າໝູ່. ປັດຈຸບັນ, ອາຊີ ກໍແມ່ນທະວີບຖືກຜົນສະທ້ອນຫຼາຍທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 82 ລ້ານຄົນ, ຖັດຈາກແມ່ນ ເອີຣົບ ດ້ວຍເກືອບ 73 ລ້ານຄົນ.

ສ່ວນຢູ່ ຫວຽດນາມ, ໄລ່ຮອດເວລາ 16 ໂມງຂອງວັນທີ 29 ພະຈິກ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 1.224.110 ຄົນ, ປິ່ນປົວຫາຍດີເປັນປົກກະຕິໃຫ້ 974.724 ຄົນ.

ໃນຂະນະນັ້ນ, ໄລ່ຮອດວັນທີ 28 ພະຈິກ, ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ-19 ທັງໝົດ 120,65 ລ້ານໂດສ.

        ນັບແຕ່ເມື່ອກວດພົບເຊື້ອໄວຣັດສາຍພັນໃໝ່ Omicron ຢູ່ອາຟະລິກາໃຕ້ ໃນວັນທີ 25 ພະຈິກ, ປັດຈຸບັນ ໄດ້ແຜ່ລາມອອກສູ່ຫຼາຍທະວີບໃນໂລກ ນັບທັງ ເອີຣົບ ແລະ ອາຊີ. ປັດຈຸບັນ, ຫຼາຍປະເທດໃນໂລກ ໄດ້ຈັດວາງຄຳສັ່ງຫ້າມບິນ ແລະ ຈຳກັດການໄປ - ມາສຳລັບບັນດາປະເທດ ອາຟະລິກາໃຕ້ ເພື່ອສະກັດກັ້ນເຊື້ອໄວຣັດກາຍພັນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ