ເດັກ​ນ້ອຍ​ໃນໂລກ​ດີ​ຈີ​ຕອນ - ແກ້​ໄຂ​ຄວາມ​ສ່ຽງ ແລະ ຊຸກ​ຍູ້​ກາ​ລະ​ໂອ​ກາດ

(VOVWORLD) - ຢູ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າ ປັດຈຸບັນ, ເດັກນ້ອຍນັບມື້ນັບໃຊ້ເວລາຫຼາຍເພື່ອນຳໃຊ້ອິນເຕີເນັດ ດ້ວຍຫຼາຍເປົ້າໝາຍທີ່ແຕກຕ່າງກັນ.
ເດັກ​ນ້ອຍ​ໃນໂລກ​ດີ​ຈີ​ຕອນ - ແກ້​ໄຂ​ຄວາມ​ສ່ຽງ ແລະ ຊຸກ​ຍູ້​ກາ​ລະ​ໂອ​ກາດ - ảnh 1ກອງປະຊຸມສຳມະນາ “ເດັກນ້ອຍໃນໂລກດີຈີຕອນ - ແກ້ໄຂຄວາມສ່ຽງ ແລະ ຊຸກຍູ້ກາລະໂອກາດ”
(ພາບ: TTXVN)

ການພັດທະນາຂອງເຕັກໂນໂລຢີຂໍ້ມູນຂ່າວສານ, ອິນເຕີເນັດ ນຳຜົນປະໂຫຍດຫຼາຍຢ່າງໃຫ້ແກ່ເດັກນ້ອຍແຕ່ກໍ່ມີຄວາມສ່ຽງຫຼາຍຢ່າງສຳລັບເດັກນ້ອຍ. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາຢູ່ກອງປະຊຸມສຳມະນາ “ເດັກນ້ອຍໃນໂລກດີຈີຕອນ - ແກ້ໄຂຄວາມສ່ຽງ ແລະ ຊຸກຍູ້ກາລະໂອກາດ”, ໂດຍກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ສົມທົບກັບກອງທຶນ ເພື່ອເດັກ ສປຊ ປະຈຳ ຫວຽດນາມ (UNICEF) ທີ່ໄດ້ຈັດຂຶ້ນໃນວັນທີ 24 ພຶດສະພາ, ຢູ່ຮ່າໂນ້ຍ. ເຫດການມຸ່ງໄປເຖິງເດືອນເຄື່ອນໄຫວເພື່ອເດັກປີ 2023 (ແຕ່ວັນທີ 1 – 30 ມິຖຸນາ).

ຢູ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າ ປັດຈຸບັນ, ເດັກນ້ອຍນັບມື້ນັບໃຊ້ເວລາຫຼາຍເພື່ອນຳໃຊ້ອິນເຕີເນັດ ດ້ວຍຫຼາຍເປົ້າໝາຍທີ່ແຕກຕ່າງກັນ. ເລື່ອງນີ້ກໍ່ເຮັດໃຫ້ເດັກນ້ອຍຈະຕ້ອງປະເຊີນໜ້າກັບຄວາມສ່ຽງຊ້ອນແຝງຫຼາຍຢ່າງ. ຕໍ່ໜ້າສະພາບການນີ້, ບັນດາຜູ້ແທນຈາກ UNICEF ປະຈຳຫວຽດນາມ, ຫ້ອງວ່າການສະພາແຫ່ງຊາດ, ຫ້ອງວ່າການລັດຖະບານ, ກະຊວງສຶກສາ ແລະ ບຳລຸງສ້າງ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ກະຊວງຕຳຫຼວດຫວຽດນາມ… ໄດ້ແບ່ງປັນບົດຮຽນປະສົບການຂອງສາກົນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງເພື່ອແນໃສ່ມານະພະຍາຍາມປະຕິບັດການປົກປ້ອງເດັກນ້ອຍ ໃນອິນເຕີເນັດ, ແກ້ໄຂບັນດາຄວາມສ່ຽງ ເຊິ່ງເດັກນ້ອຍອາດຈະປະເຊີນ ແລະ ຊຸກຍູ້ກາລະໂອກາດພັດທະນາຢ່າງປອດໄສໃຫ້ແກ່ເດັກນ້ອຍໃນໂລກດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ