ເດືອນ ຕຸ​ລາ, CPI ໃນ​ທົ່ວ​ປະ​ເທດ​ເພີ່ມ​ຂຶ້ນ 0.09%, ​ເຊິ່ງ​ແມ່ນລະ​​ດັບ​ເພີ່ມ​ຂຶ້ນ​ຕ່ຳ​ທີ່​ສຸດ​ໃນ 5 ປີ ຜ່ານ​ມາ

(VOVWORLD) -ກົມໃຫຍ່ສະຖິຕິ ຫວຽດນາມ ໃຫ້ຮູ້ວ່າ, ເມື່ອທຽບໃສ່ເດືອນກັນຍາ, ໃນ 11 ມວດສິນຄ້າ ແລະ ບໍລິການອຸປະໂພກບໍລິໂພກຕົ້ນຕໍ, ມີ 6 ມວດສິ້ນຄ້າໄດ້ເພີ່ມລາຄາ. 
ເດືອນ ຕຸ​ລາ, CPI ໃນ​ທົ່ວ​ປະ​ເທດ​ເພີ່ມ​ຂຶ້ນ 0.09%, ​ເຊິ່ງ​ແມ່ນລະ​​ດັບ​ເພີ່ມ​ຂຶ້ນ​ຕ່ຳ​ທີ່​ສຸດ​ໃນ 5 ປີ ຜ່ານ​ມາ - ảnh 1 (ພາບປະກອບ: vov.vn)

ໃນຕອນເຊົ້າວັນທີ 29 ຕຸລາ  ກົມໃຫຍ່ສະຖິຕິ ຫວຽດນາມ ໃຫ້ຮູ້ວ່າວ່າ ເສຍເຫດນຳມາເຊິ່ງການເຕີບໂຕ CPI ສວນຫຼາຍແມ່ນຍ້ອນການດັດປັບລາຄາບໍລິການສຶກສາຕາມແຜນການແນໃສ່ກ້າວເຂົ້າໃກ້ກັບລາຄາຕະຫຼາດ ແລະ ຜົນສະທ້ອນຂອງຝົນຕົກ, ພະຍຸ,ນ້ຳຖ້ວມຢູ່ບັນດາແຂວງພາກຕ່າງໆ.

ກົມໃຫຍ່ສະຖິຕິ ຫວຽດນາມ ໃຫ້ຮູ້ວ່າ, ເມື່ອທຽບໃສ່ເດືອນກັນຍາ, ໃນ 11ມວດສິນຄ້າ ແລະ ບໍລິການອຸປະໂພກບໍລິໂພກຕົ້ນຕໍ, ມີ 6 ມວດສິ້ນຄ້າໄດ້ເພີ່ມລາຄາ: ເຄື່ອງດື່ມ ແລະ ຢາສູບພີ່ມຂຶ້ນ 0,08%; ເຄື່ອງຕັບຫຍິບ, ໝວກກຸບ ແລະ ເກີບເພີ່ມຂຶ້ນ 0,06%;      ເຮືອນຢູ່ ແລະ ວັດສະດຸກໍ່ສ້າງຕັ້ງເພີ່ມຂຶ້ນ 0,29%… ມີ 4 ໝວດສິນຄ້າລວມມີ ເຄືຶ່ຶອງກິນ ແລະ ການບໍລິການກິນດື່ມ, ຄົມມະນາຄົມ, ໄປສະນີໂທລະຄົມຫຼຸດຜ່ອນ 0,03%; ວັດທະນະທຳ, ບັນເທີງ ແລະ ການທ່ອງທ່ຽວ ກໍ່ຫຼຸດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ