ເບິ່ງແຍງດູແລບູນເຕັດໃຫ້ ຄົນທຸກຍາກ

ເບິ່ງແຍງດູແລບູນເຕັດໃຫ້ ຄົນທຸກຍາກ - ảnh 1
ພາບປະກອບ

(vovworld) – ​ໃນ​ຊຸມ​ວັນ​ນີ້, ບັນດາ​ກະຊວງ, ຂະ​ແໜງ​ການ, ທ້​ອງຖີ່​ນ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ທັງ​ຢູ່​ພາຍ​ໃນ ​ແລະ​ ຕ່າງປະ​ເທດພວມ​ມີການ​ເຄື່ອນ​ໄຫວ​ແທດ​ຈິງ ​ແລະ ມີ​ຄວາມ​ໝາຍ​ມຸ່ງ​ໄປ​​ເຖິງ​ຄົນ​ທຸກ​ຍາກ.

    ວັນ​ທີ 17/1, ສະພາ​ອຸປະ​ກະ​ລະ​ກອງ​ທຶນ​ເດັກນ້ອຍ​ແຂວງ ບິ່ງ​ເຢຶ​ອງ ​ໄດ້​ຈັດ​ຕັ້ງ​ລາຍການ “ລະດູບານ​ໃໝ່​ກັບ​ເດັກນ້ອຍ​ທຸກ​ຍາກ” ຄັ້ງ​ທີ 7. ທີ່​ລາຍການ​ນີ້, ການ​ນຳ​ແຂວງ ບິ່ງ​ເຢືອງ​ໄດ້​ມອບ​ຂອງຂວັນ​ໃຫ້​ເດັກ​ນ້ອຍ 350 ນ້ອງ, ​ຂອງ​ຂວັນແຕ່​ລະ​ພູດ​ມີ​ມູນ​ຄ່າ 500.000 ດົ່ງ. ກໍ່​ຢູ່​ໃນ​ລາຍ​ການ​ນີ້, ວິ​ສາ​ຫະກິດ, ຫົວໜ່ວຍ​ກ່ວາ 40 ​ແຫ່ງ​ໄດ້​ສະໜັບສະໜູນກອງ​ທຶນ​ອຸປະ​ກະລະ​ເດັກນ້ອຍ​ແຂວງ ​ເກືອບ 2 ຕື້​ດົ່ງ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ຕາ​ແສງ​ເຂດ​ພູດ​ອຍ ​ເຈື່ອງ​​ເຊີນ (​ເມືອງ​ກວາງ​ນິງ, ​ແຂວງ ກວາງ​ບິງ), ຄະນະ​ກຸ່ມ​ບັນດາ​ອົງການ​ແຂວງ ກວາງ​ບິ່ງ ສົມທົບ​ກັບ​ສະມາຄົມນັກຮົບເກົ່າ ກຸ່ມບັນດາອົງການແຂວງ ແລະ ສາຂາ Mobiphone ຢູ່ ກວາງບິ່ງ ໄດ້ຈັດຕັ້ງລາຍການ “ບຸນປີໃໝ່ເຂດຊາຍແດນ”. ຂອງຂວັນ 14 ພູດ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ​ແຕ່ 500.000 – 1 ລ້ານ​ດົ່ງໄດ້ມອບໃຫ້ບັນດາຄອບຄົວປະສົມກັບຄວາມຫຍຸ້ງຍາກເປັນພິເສດໃນຕາແສງ.

    ຢູ່ແຂວງ ບ່າເຣ້ຍ - ຫວູງເຕົາ, ນັບແຕ່ວັນທີ 17/1 ຮອດວັນທີ 29/1, ສະຫະພັນແຮງງານ ແຂວງໄດ້ຈັດຕັ້ງບັນດາຄະນະໄດຢ້ຽມຢາມ, ມອບຂອງຂວັນ 500 ພູດ, ​ແຕ່​ລະ​ພູດ​ມີມູນ​ຄ່າ 500.000 ດົ່ງ ​ໃຫ້​ກຳມະກອນ, ລັດຖະກອນ​ຜູ້​ອອກແຮງ​ງານ​ທີ່​ທຸກ​ຍາກ​ໃນ​ບໍລິ​ເວນ​ແຂວງ.

ຂ່າວ/ບົດ​ອື່ນ