ເປີດກອງປະຊຸມເຈົ້າຄອງນະຄອນຫຼວງບັນດາປະເທດອາຊຽນຄັ້ງທີ4ຢູ່ ລາວ

ກອງປະຊຸມເຈົ້າຄອງນະຄອນຫຼວງບັນດາປະເທດອາຊຽນ ຄັ້ງທີ 4
(vovworld)- ຕອນເຊົ້າ ວັນທີ 15/11, ຢູ່ນະຄອນຫຼວງວຽງຈັນ, ລາວ, ໄດ້ເປີດກອງປະຊຸມເຈົ້າຄອງນະຄອນຫຼວງບັນດາປະເທດອາຊຽນ ຄັ້ງທີ 4 ດວ້ຍຫົວຂໍ້ “ຄຳໝັ້ນສັນຍາ, ຄວາມນຮັບຜິດຊອບ ຂອງບັນດານະຄອນຫຼວງໃນອາຊຽນ ມຸງໄປເຖິງການເຊື່ອມໂຍງອາຊຽນ”. ເຂົ້າຮ່ວມກອງປະຊຸມ ມີບັນດາຜູ້ວ່າການ, ເຈົ້າຄອງນະຄອນຫລວງ, ຜູ້ຕາງໜ້າ 10 ນະຄອນຫຼວງ ທີ່ມາຈາກບັນດາປະເທດອາຊຽນ ແລະ ຄະນະເລຂາອາຊຽນ. ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມໂດຍ ທ່ານ ຫງວຽນກວັກຮຸ່ງ ຮອງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ເປັນຫົວໜ້າຄະນະ. ກ່າວຄວາມເຫັນທີ່ພິທີເປີດກອງປະຊຸມ, ທ່ານ ສິນລາວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ທີ່ກອງປະຊຸມຄັ້ງນີ້, ບັນດາຜູ້ແທນຈະເນັ້ນໜັກເຖິງຄວາມສຳຄັນ ຂອງບັນດານະຄອນຫຼວງໃນອາຊຽນ ໃນການເພີ່ມທະວີປະກອບສ່ວນ ກໍ່ສ້າງປະຊາຄົມອາຊຽນ; ພ້ອມທັງ ຢືນຢັນຄືນຄຳໝັ້ນສັນຍາ ຂອງບັນດານະຄອນຫຼວງໃນອາຊຽນ ກ່ຽວກັບການສ້າງຕັ້ງ ແລະ ເພີ່ມທະວີການຮ່ວມມືອັນແທດຈິງ ໃນຂົງເຂດຕ່າງໆ, ໃຫ້ເໝາະສົມກັບກົດບັດອາຊຽນ. ກອງປະຊຸມຈະປຶກສາຫາລື, ແບ່ງປັນບົດຮຽນ ແລະ ຊຸກຍູ້ການຮ່ວມມື ລະຫວ່າງ ນະຄອນຫຼວງ 10 ປະເທດສະມາຊິກອາຊຽນ, ໃນນັ້ນ ສຸມໃສ່ 4 ບັນຫາຫຼັກ ລວມມີ: “ສ້າງສາບັນດານະຄອນອາຊຽນຫຼວງອາຊຽນ ໃຫ້ກາຍເປັນບັນດານະຄອນທີ່ດູດດື່ມ ດ້ວຍ 6 ມາດຖານຄື: ສັນຕິພາບ, ຂຽວສະອາດ, ດູດດື່ມ ແລະ ສີວິໄລ”, “ຄວາມສະຫງົບປອດໄພຢູ່ສະຖານີສາທາລະນະ ຂອງນະຄອນຫຼວງບັນດາປະເທດອາຊຽນ”; “ອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳທີ່ເປັນມູນເຊື້ອ ແລະ ພັດທະນາການທ່ອງທ່ຽວ”, “ການຮ່ວມມືເພີ່ມທະວີກຳລັງແຮງງານ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນ”.