ເປີດການແຂ່ງຂັນເຕັກໂນໂລຊີຂໍ້ມູນຂ່າວສານອາຊີ - ປາຊີຟິກ 2019

(VOVWORLD) -ວັນທີ 19 ພະຈິກ, ການແຂ່ງຂັນເຕັກໂນໂລຊີຂໍ້ມູນຂ່າວສານອາຊີ - ປາຊີຟິກ 2019 (APICTA Awards 2019) ຖືກໄຂຂຶ້ນຢູ່ແຂວງກວາງນິງ.

ເປີດການແຂ່ງຂັນເຕັກໂນໂລຊີຂໍ້ມູນຂ່າວສານອາຊີ - ປາຊີຟິກ 2019 - ảnh 1

ເປີດການແຂ່ງຂັນເຕັກໂນໂລຊີຂໍ້ມູນຂ່າວສານອາຊີ - ປາຊີຟິກ 2019 

(ພາບ: baomoi.com)

ນີ້ແມ່ນການແຂ່ງຂັນໄດ້ຮັບການຈັດຕັ້ງປະຈຳປີໂດຍພັດປ່ຽນກັນລະຫວ່າງ 16 ພື້ນຖານເສດຖະກິດສະມາຊິກຂຶ້ນກັບສະຫະພັນບັນດາອົງການຈັດຕັ້ງເຕັກໂນໂລຊີຂໍ້ມູນຂ່າວສານພາກພື້ນອາຊີ - ປາຊີຟິກ.

        ໂດຍແມ່ນສະມາຊິກຂອງອົງການດັ່ງກ່າວນັບແຕ່ປີ 2016, ນີ້ແມ່ນຄັ້ງທຳອິດຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງການແຂ່ງຂັນ APICTA 2019. ການແຂ່ງຂັນດັ່ງກ່າວຈະໄດ້ມອບລາງວັນໃຫ້ບັນດາຜະລິດຕະພັນ, ການບໍລິການ, ມາດຕະການແກ້ໄຂດ້ານຊອັບແວ ກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານດີເດັ່ນໃນ 5 ຂົງເຂດ.

        ທ່ານ ດັ້ງຮຸຍເຮົ້າ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງກວ໋າງນິງ, ເຊິ່ງແມ່ນອົງການສົມທົບການຈັດຕັ້ງ, ໄດ້ເນັ້ນໜັກວ່າ: APICTA 2019 ຈະແມ່ນໂອກາດເພື່ອໃຫ້ແຂວງກວ໋າງນິງ ໄດ້ສຳຜັດກັບບັນດາຜົນງານດ້ານເຕັກໂນໂລຊີຢູ່ພາຍໃນປະເທດ ແລະ ສາກົນ, ຜ່ານນັ້ນ ຍູ້ແຮງການນຳໃຊ້ ແລະ ພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນວຽກງານຄຸ້ມຄອງ, ບໍລິຫານ, ພັດທະນາເສດຖະກິດ ມຸ່ງໄປເຖິງການກໍ່ສ້າງອຳນາດການປົກຄອງດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ