ເປີດຕົວເວັບໄຊຂໍ້ມູນຂ່າວເອເລັກໂຕນິກ “ຄະນະພົວພັນຕ່າງປະເທດສູນກາງພັກ”

(VOVWORLD) -ດ້ວຍທິດນຳທີ່ວ່າ “ສີສັນ, ເປັນເອກະລັກສະເພາະ, ຂະຫຍັນຂັນເຄື່ອນ”, ເວັບໄຊນີ້ມຸ່ງໄປເຖິງເປົ້າໝາຍເຮັດແຈ້ງສີສັນ, ລັກສະນະຂອງວຽກງານພົວພັນກັບຕ່າງປະເທດຂອງພັກ

ເປີດຕົວເວັບໄຊຂໍ້ມູນຂ່າວເອເລັກໂຕນິກ “ຄະນະພົວພັນຕ່າງປະເທດສູນກາງພັກ” - ảnh 1 ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຮ່ວາງບິ່ງກວນ

(ພາບ: qdnd.vn)

ເພື່ອຂ່ຳນັບຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ແລະ ສະເຫຼີມສະຫຼອງ 71 ປີແຫ່ງວັນມູນເຊື້ອຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ (01 ພະຈິກ 1949 – 01 ພະຈິກ 2020), ຕອນເຊົ້າວັນທີ 30 ຕຸລາ, ຢູ່ຮ່າໂນ້ຍ, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີເປີດຕົວເວັບໄຊຂໍ້ມູນຂ່າວສານເອເລັກໂຕນິກສັງລວມ “ຄະນະພົວພັນຕ່າງປະເທດສູນກາງພັກ”. ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຮ່ວາງບິ່ງກວນ, ເນັ້ນໜັກວ່າ.

        “ເວັບໄຊຂໍ້ມູນຂ່າວເອເລັກໂຕນິກຂອງຄະນະພົວພັນຕ່າງປະເທດສູນກາງພັກ ແມ່ນເວັບໄຊທາງການສະເພາະກ່ຽວກັບການພົວພັນຕ່າງປະເທດ. ມື້ນີ້, ພວກເຮົາໄດ້ເປີດຕົວເວັບໄຊດ້ວຍພາສາຫວຽດ ເພື່ອໃຫ້ສະມາຊິກພັກຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດມີຂໍ້ມູນຂ່າວຢ່າງຄົບຖ້ວນ, ທາງການກ່ຽວກັບການພົວພັນຕ່າງປະເທດຂອງພັກ. ເຖິງຢ່າງໃດກໍ່ຕາມ, ເພື່ອມຸ່ງໄປເຖິງມີຜູ້ອ່ານ, ຄູ່ຮ່ວມມື ແລະ ເພື່ອນມິດສາກົນໃຫ້ຫຼາຍກວ່າ, ຂ້າພະເຈົ້າສະເໜີໃຫ້ ຜັນຂະຫຍາຍເວັບໄຊດ້ວຍພາສາຕ່າງປະເທດໂດຍໄວ ເພື່ອແນໃສ່ມຸ່ງໄປເຖິງການສະໜອງຂໍ້ມູນຂ່າວເຖິງຜູ້ອ່ານໄດ້ຫຼາຍກວ່າ.”

        ດ້ວຍທິດນຳທີ່ວ່າ “ສີສັນ, ເປັນເອກະລັກສະເພາະ, ຂະຫຍັນຂັນເຄື່ອນ”, ເວັບໄຊນີ້ມຸ່ງໄປເຖິງເປົ້າໝາຍເຮັດແຈ້ງສີສັນ, ລັກສະນະຂອງວຽກງານພົວພັນກັບຕ່າງປະເທດຂອງພັກ, ສູ້ຊົນໃຫ້ກາຍເປັນຂົວເຊື່ອມຕໍ່, ສົມເປັນຊ່ອງສະໜອງຂໍ້ມູນຂ່າວທີ່ມີຄຸນນະພາບສູງຂອງພັກ.

ຕອບກັບ

ຂ່າວ/ບົດ​ອື່ນ