ເປີດ​ຕົວ​ໜັງ​ສື60 ປີ ແຫ່ງການ​ພົວ​ພັນ​ທາງການ​ທູດ ລາວ-ຫວຽດ​ນາມ

(VOVWORLD) -ຕອນແລງວັນທີ 28 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ລາວ, ສະຖາບັນພົວພັນການຕ່າງປະເທດ, ກະຊວງການຕ່າງປະເທດລາວ ຈັດຕັ້ງພິທີເປີດຕົວໜັງສື “ການພົວພັນການທູດ ລາວ-ຫວຽດນາມ 60 ປີ ”.
ເປີດ​ຕົວ​ໜັງ​ສື60 ປີ ແຫ່ງການ​ພົວ​ພັນ​ທາງການ​ທູດ ລາວ-ຫວຽດ​ນາມ - ảnh 1ໜັງສື “ການພົວພັນການທູດ ລາວ-ຫວຽດນາມ 60 ປີ” (ພາບ:VOV)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ທອງພັນ ສະຫວັນເພັດ ຮອງລັດກຖະມົນຕີກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ໜັງສືໄດ້ ຮຽບຮຽງ ແລະ ຄັດເລືອກເນື້ອໃນຕາມປະຫວັດການສ້າງຕັ້ງຂອງສາຍພົວພັນລະຫວ່າງ ລາວ ແລະ ຫວຽດນາມ ເຊັ່ນ ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ, ຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ຢູ່ຂົງເຂດ ແລະ ໂຮງຮຽນສາກົນ, ການຮ່ວມມືໃນໄລຍະກ່ອນ…

ກ່ຽວກັບຝ່າຍຫວຽດນາມ, ທ່ານ ຫງວຽນບ່າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ເນັ້ນໜັກວ່າ ນີ້ແມ່ນໂຄງການໜຶ່ງທາງວິທະຍາຍາດສູງ, ທີ່ລວມບັນດາບົດຂຽນຂອງການນຳ, ອະດີດການນຳຂັ້ນສູງ ແລະ ບັນດານັກຮຽນຮູ້ຂອງລາວ. ທ່ານ ຫງວຽນບ່າຮຸ່ງ ຢືນຢັນວ່າ ໜັງສື “ການພົວພັນການທູດ ລາວ-ຫວຽດນາມ 60 ປີ” ຈະຊ່ວຍພະນັກງານກະຊວງການຕ່າງປະເທດລາວ, ໂດຍສະເພາະບັນດາພະນັກງານໄວໜຸ່ມ ໃຫ້ເຂົ້າໃຈເລິກເຊິ່ງກວ່າເກົ່າ ກ່ຽວກັບສາຍພົວພັນຮ່ວມມືພິເສດລະຫວ່າງ ຫວຽດນາມ ແລະ ລາວ ເວົ້າລວມ ແລະ ລະຫວ່າງສອງກະຊວງການຕ່າງປະເທດ ຂອງສອງປະເທດ ເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ