ເປີດນຳໃຊ້ປະຕູຖານຂໍ້ມູນແຫ່ງຊາດ, ຊຸກຍູ້ການບໍລິຫານຂໍ້ມູນເອກະສານໃນອົງການຂອງລັດ
(VOVWORLD) -
ວັນທີ 31 ສິງຫາ, ກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດນາມ ໄດ້ຈັດພິທີເປີດນຳໃຊ້ ປະຕູຖານຂໍ້ມູນແຫ່ງຊາດຂຶ້ນຢ່າງເປັນທາງການ. ນີ້ແມ່ນສູນສະໜອງຂໍ້ມູນໃນເຄືຍຄ່າຍອິນເຕີແນັດ ຮັບໃຊ້ການປະກາດຂໍ້ມູນເປີດ, ສະໜອງຂໍ້ມູນຂ່າວກ່ຽວກັບການແບ່ງປັນຂໍ້ມູນຂອງອົງການແຫ່ງລັດ; ສະໜອງບັນດາເອກະສານ, ການບໍລິການ, ເຄື່ອງມື, ການຂຸດຄົ້ນຂໍ້ມູນ ໂດຍບັນດາອົງການຂອງລັດປະກາດ.
(ພາບ: http://baochinhphu.vn)
|
ປະຕູຖານຂໍ້ມູນແຫ່ງຊາດໄດ້ສ້າງຂຶ້ນ ດ້ວຍເປົ້າໝາຍຊຸກຍູ້ການບໍລິຫານຂໍ້ມູນໃນອົງການຂອງລັດ ພ້ອມທັງຄຸ້ມຄອງ ແລະ ໜູນຊ່ວຍການປະຕິບັດບັນດາຄຳຮຽກຮ້ອງກ່ຽວກັບການສ້າງບັນດາການເຊື່ອມຕໍ່, ແບ່ງປັນບັນດາຂໍ້ມູນລະຫວ່າງບັນດາອົງການຂອງລັດ, ຕິດຕາມກວດກາການແບ່ງປັນຂໍ້ມູນ. ນີ້ກໍ່ຈະແມ່ນບ່ອນສະໜອງບັນດາການບໍລິການດີຈີຕອນໃໝ່ເທື່ອລະກ້າວ ຂອງວິວັດການພັດທະນາລັດຖະບານດີຈີຕອນ.
ປະຕູຖານຂໍ້ມູນແຫ່ງຊາດ ກໍ່ແມ່ນຊ່ອງຂໍ້ມູນຂ່າວສານເພື່ອຮັບບັນດາການປະກອບຄຳເຫັນຂອງບັນດາອົງການຈັດຕັ້ງ, ວິສາຫະກິດ ແລະ ສ່ວນບຸກຄົນ ໃຫ້ແກ່ອົງການແຫ່ງລັດ ເພື່ອໃຫ້ບັນດາອົງການແຫ່ງລັດມີຂໍ້ມູນຫຼາຍຕື່ມອີກ, ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ຮັບໃຊ້ໃຫ້ແກ່ປະຊາຊົນ, ວິສາຫະກິດດີກ່ວາອີກ.