ເປີດສະຫຼອງລະບົບໃຫ້ຄຳປຶກສາດ້ານກົດໝາຍຜ່ານທາງອິນເຕີແນັດຂອງກຳມະບານ ຫວຽດນາມ

(VOVWORLD) - ກອງປະຊຸມຄະນະບໍລິຫານງານສະຫະພັນໃຫຍ່ແຮງງານ ຫວຽດນາມ ຄັ້ງທີ 3 (ຊຸດທີ 12) ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 13 ມີນາ ທີ່ຮ່າໂນ້ຍ. 
ເປີດສະຫຼອງລະບົບໃຫ້ຄຳປຶກສາດ້ານກົດໝາຍຜ່ານທາງອິນເຕີແນັດຂອງກຳມະບານ ຫວຽດນາມ - ảnh 1 ບັນດາຜູ້ແທນເຂົ້າຮ່ວມພິທີເປີດສະຫຼອງລະບົບໃຫ້ຄຳປຶກສາດ້ານກົດໝາຍຂອງກຳມະບານ ຫວຽດນາມ ໃຫ້ສະມາຊິກກຳມະບານ, ຊາວຜູ້ອອກແຮງງານ (ພາບ: Nguyen Hai)

ທີ່ກອງປະຊຸມ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບວຽກງານການເງິນຂອງກຳມະບານ, ແຜນຮ່າງປະຕິບັດການທົດລອງຮູບແບບລະບົບການເຄື່ອນໄຫວເສດຖະກິດ ແລະ ກຳນົດມາດຖານຕຳແໜ່ງພະນັກງານກຳມະບານທຸກຂັ້ນ.

        ໃນຂອບເຂດກອງປະຊຸມກໍ່ດຳເນີນພິທີເປີດສະຫຼອງລະບົບໃຫ້ຄຳປຶກສາດ້ານກົດໝາຍຂອງກຳມະບານ ຫວຽດນາມ ໃຫ້ສະມາຊິກກຳມະບານ, ຊາວຜູ້ອອກແຮງງານ. ລະບົບໄດ້ຕິດຕັ້ງໃນປະຕູຖານຂໍ້ມູນເອເລັກໂຕນິກຂອງສະຫະພັນໃຫຍ່ແຮງງານ ຫວຽດນາມ. ຊອັບແວຈະຮັບເອົາຄຳຖາມຂອງຊາວຜູ້ອອກແຮງງານໃນບັນດາຂົງເຂດຂອງປະມວນກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍກຳມະບານ, ກົດໝາຍວ່າດ້ວຍການປະກັນສັງຄົມ…ລະບົບກໍ່ຈະຍົກອອກຄຳໄຈ້ແຍກ, ຄຳຕອບທີ່ເໝາະສົມກັບຄຳຖາມຂອງຊາວຜູ້ອອກແຮງງານໂດຍອັດຕະໂນມັດ.

ຕອບກັບ

ຂ່າວ/ບົດ​ອື່ນ