ເປີດສະຫຼອງຮາກຖານກວດ, ປິ່ນປົວພະຍາດຈາກທາງໄກ 1.000 ແຫ່ງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ  ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ສົມທົບກັບບັນດາຫົວໜ່ວຍເຕັກໂນໂລຊີຂໍ້ມູນຂ່າວສານ ຂະຫຍາຍບັນດາຮາກຖານ, ບັນດາໂປແກຼມເຄື່ອງມືທາງອອນລາຍ.
ເປີດສະຫຼອງຮາກຖານກວດ, ປິ່ນປົວພະຍາດຈາກທາງໄກ 1.000 ແຫ່ງ - ảnh 1 ພິທີເປີດສະຫຼອງຮາກຖານກວດ, ປິ່ນປົວພະຍາດຈາກທາງໄກ

  ວັນທີ 25 ກັນຍາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີເປີດສະຫຼອງຮາກຖານກວດ, ປິ່ນປົວພະຍາດຈາກທາງໄກ 1.000 ແຫ່ງ. ນີ້ແມ່ນບັນດາຮາກຖານສາທາລະນະສຸກໄດ້ຮັບການຜັນຂະຫຍາຍຕາມແຜນຮ່າງກວດ, ປິ່ນປົວພະຍາດຈາກທາງໄກໄລຍະປີ 2020 – 2025  ດ້ວຍຄາດໝາຍ “ຄຸນນະພາບການກວດ, ປິ່ນປົວພະຍາດບືນຕົວຂຶ້ນສູງ, ບືນຕົວໄປໄກ”, ໂດຍກະຊວງສາທາລະນະສຸກ ຫວຽດນາມ ສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານ, ກະຊວງປ້ອງກັນປະເທດ ແລະ ກຸ່ມບໍລິສັດ Viettel ກໍ່ສ້າງ ແລະ ຜັນຂະຫຍາຍ. ແຜນການດັ່ງກ່າວ ແນໃສ່ເຊື່ອມຕໍ່ກັບບັນດາຮາກຖານກວດ, ປິ່ນປົວພະຍາດ, ພິເສດແມ່ນບັນດາຮາກຖານກວດ, ປິ່ນປົວພະຍາດຢູ່ບັນດາທ້ອງຖິ່ນ, ຢູ່ເຂດຫ່າງໄກສອກຫລີກ, ເຂດປະສົບກັບຄວາມຫຍຸ້ງຍາກ. ພິເສດແມ່ນແຜນຮ່າງມີການເຊື່ອມຕໍ່ກັບບາງໂຮງໝໍຢູ່ ລາວ ແລະ ກຳປູເຈຍ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

        “ໜ້າທີ່ກໍ່ແມ່ນເປົ້າໝາຍໃຫຍ່ ນັ້ນແມ່ນຂະຫຍາຍເຄືອຂ່າຍການກວດ, ປິ່ນປົວພະຍາດທາງໄກກັບຮາກຖານສາທາລະນະສຸກກ່ວາ 14.000 ແຫ່ງໃນທົ່ວປະເທດຢ່າງວ່ອງໄວ ເພື່ອປະຕິບັດຄາດໝາຍທົ່ວປວງຊົນ ໄດ້ຮັບບໍລິການກວດ, ປິ່ນປົວພະຍາດ ທັງມຸ່ງໄປເຖິງການເຊື່ອມຕໍ່ສາກົນ. ຂ້າພະເຈົ້າມີຄວາມພາກພູມໃຈເມື່ອໄດ້ຮູ້ວ່າ ການກວດ, ປິ່ນປົວພະຍາດຈາກທາງໄກໄດ້ຂະຫຍາຍອອກສູ່ 2 ປະເທດ ລາວ ແລະ ກຳປູເຈຍ ຕື່ມອີກ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ  ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ສົມທົບກັບບັນດາຫົວໜ່ວຍເຕັກໂນໂລຊີຂໍ້ມູນຂ່າວສານ ຂະຫຍາຍບັນດາຮາກຖານ, ບັນດາໂປແກຼມເຄື່ອງມືທາງອອນລາຍ ເພື່ອຮັບປະກັນການຜັນຂະຫຍາຍຂັ້ນຕອນແບບຄົບວົງຈອນໃຫ້ແກ່ການກວດ, ປິ່ນປົວພະຍາດຈາກທາງໄກ.

ຕອບກັບ

ຂ່າວ/ບົດ​ອື່ນ