ເປີດສະຫຼອງເສົາຫຼັກໝາຍ ສຸດທ້າຍລະຫວ່າງ ແຂວງກວາງຈິ ແລະ ແຂວງ ສາລະວັນ
ການນຳແຂວງກວາງຈິ ແລະ ແຂວງສາລະວັນ
ເຂົ້າຮ່ວມພິທີເປີດສະຫຼອງເສົາຫຼັກໝາຍ 638
(ພາບ : tienphong)
Vovworld- ວັນທີ 31/8, ແຂວງກວາງຈິ ແລະ ແຂວງສາລະວັນ ໄດ້ຈັດພິທີເປີດສະຫຼອງ ແລະ ມອບຮັບເສົາຫຼັກໝາຍນ້ອຍ 638 ຊຶ່ງແມ່ນ ຫຼັກໝາຍສຸດທ້າຍໄດ້ຮັບການກໍ່ສ້າງບົນເສັ້ນຊາຍແດນລະຫວ່າງ ແຂວງ ກວາງຈິ ແລະ ແຂວງສາລະວັນ , ຊຶ່ງກົງກັບໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 35 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ລະຫວ່າງ 2 ປະເທດ, ແລະ ກໍເປັນປີສາມັກຄີມິດຕະພາບຫວຽດນາມ - ລາວ. ການກໍ່ສ້າງ ເສົາຫຼັກໝາຍນ້ອຍ 638 ໄດ້ຮັບການກຳນົດວ່າ ແມ່ນໜ້າທີ່ສຳຄັນ, ມີຄວາມໝາຍໃນການສ້າງຜົນສຳເລັດຂອງແຜນການບູລະນະ ແລະ ກໍ່ສ້າງຫຼັກໝາຍຖີ່ແຫ່ງຊາດ, ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບທາງດ້ານການເມືອງ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບລະຫວ່າງ 2 ແຂວງ .