ເປັນຄັ້ງທຳອິດວົງດົນຕີປະສານສຽງຫວຽດນາມສະແດງຢູ່ລັດເຊຍ

ເປັນຄັ້ງທຳອິດວົງດົນຕີປະສານສຽງຫວຽດນາມສະແດງຢູ່ລັດເຊຍ - ảnh 1
ການສະແດງ​ນະຄອນຫຼວງ ມົດສກູ

(vovworld) – ​ໃນ​ຂອບ​ເຂດ “ຊຸມ​ວັນ​ວັດທະນະທຳ ຫວຽດນາມ ຢູ່ ສະຫະພັນ ລັດ​ເຊຍ” ປີ 2014, ຕອນ​ຄຳ່​ວັນ​ທີ 14/9, ວົງ​ດົນຕີ​ປະສານ​ສຽງ ຫວຽດນາມ ​ໄດ້​ສະ​ແດງ​​ຢູ່​ນະຄອນຫຼວງ ມົດສກູ ເປັນ​ຄັ້ງ​ທຳ​ອິດ, ​​ເປີດ​ສາກ​ໃຫ້ການ​ໄປສະ​ແດງ​ເປັນ​ຄັ້ງ​ທຳ​ອິດ​ຢູ່ ສະຫະພັນ ລັດ​ເຊຍ. ການສະ​ແດງ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ດີງາມ ​ແລະ ​​ສ້າ​ງຄວາມ​ປະ​ທັບ​ໃຈ​ທີ່​ດີ​​ໃຫ້​​ແກ່ຜູ້​ຟັງ, ຜູ້​ຊົມ​ຊາວລັດ​ເຊຍ ກໍ່​ຄື​ຊາວ ຫວຽດນາມ ທີ່​ພວມ​ດຳລົງ​ຊີວິດ, ຮຳ່ຮຽນ​ຢູ່ ລັດ​ເຊຍ ລາຍການ​ສະ​ແດງ​ໄດ້​ຮັບ​ການຕີ​ລາຄາ​ສູງ​. ນັກ​ປະພັນ​ດົນ​ຕີ ​ໂດ໋ຮົ່ງກວນ, ຜູ້​ມີ​ບົດ​ປະພັນ​ທີ່​ໄດ້ຮັບ​ເລືອກ​ເຟັ້ນ​ເພື່ອ​ສະ​ແດງ​ໃນ​ລາຍການເປີດ​ສາກ​ໃຫ້​ການ​ເຄື່ອນ​ໄຫວນີ້, ຕີ​ລາຄາ​ວ່າ:

    “ລາຍການ​ມື້​ນີ້​ແມ່ນ​ການ​ພິສູດ​ໃຫ້​ເຫັນ​ລະດັບຂອງ​ວົງ​ດົນຕີ​ປະສານ​ສຽງ ຫວຽດນາມ ​ເມື່ອ​ສາມາດ​ສະ​ແດງ​ບົນ​ດົນຕີ​ປະສານ​ສຽງ​ເລກທີ 12 ຂອງ​ນັກ​ປະພັນ Shostakovich ​​ເຊິ່ງແມ່ນ​ບົດດົນຕີ​ປະສານ​ສຽງ​ຍາກ​ທີ່​ສຸດ. ກ່ຽວ​ກັບ 2 ບົດ​ປະພັນ​ດົນຕີຂອງ ຫວຽດນາມ ​ແລ້ວ, ບັນດາ​ນັກ​ນັກ​ສິລະ​ປິນສະ​ແດງ​ດີ​ທີ່​ສຸດ.”


ຂ່າວ/ບົດ​ອື່ນ