ເພີ່ມຂຶ້ນ 15 ຂັ້ນ, ເປັນຄັ້ງທຳອິດຫວຽດນາມ ນອນໃນຕອບມີດັດຊະນີເສລີເສດຖະກິດປານກາງ

(VOVWORLD) -ປີນີ້ແມ່ນປີທຳອິດທີ່ພື້ນຖານເສດຖະກິດຫວຽດນາມ ກ້າວເຂົ້າສູ່ບັນດາພື້ນຖານເສດຖະກິດມີ “ຄວາມເສລີປານກາງ”, ເພີ່ມຂຶ້ນ 2,9 ຄະແນນ ແລະ ເລື່ອນ15 ຂັ້ນເມື່ອທຽບໃສ່ປີ 2020.
ເພີ່ມຂຶ້ນ 15 ຂັ້ນ, ເປັນຄັ້ງທຳອິດຫວຽດນາມ ນອນໃນຕອບມີດັດຊະນີເສລີເສດຖະກິດປານກາງ - ảnh 1(ພາບ: TTXVN)

ດ້ວຍ 61,7 ຄະແນນ, ເປັນຄັ້ງທຳອິດຫວຽດນາມ ນອນໃນຕອບກຸ່ມພື້ນຖານເສດຖະກິດທີ່ມີດັດຊະນີເສລີເສດຖະກິດຢູ່ໃນລະດັບປານກາງ, ກາຍເປັນພື້ນຖານເສດຖະກິດເສລີຢືນອັບດັບທີ 90 ໃນຕະຕາລາງຈັດອັນດັບໃນປີນີ້. ຕາມຕະຕາລາງຈັດອັນດັບ ໂດຍກອງທຶນມໍລະດົກ (Heritage Foundation) ຫາກໍ່ປະກາດ. ປີນີ້ແມ່ນປີທຳອິດທີ່ພື້ນຖານເສດຖະກິດຫວຽດນາມ ກ້າວເຂົ້າສູ່ບັນດາພື້ນຖານເສດຖະກິດມີ “ຄວາມເສລີປານກາງ”, ເພີ່ມຂຶ້ນ 2,9 ຄະແນນ ແລະ ເລື່ອນ15 ຂັ້ນເມື່ອທຽບໃສ່ປີ 2020. ສາຍເຫດທີ່ດັດຊະນີດັ່ງກ່າວຂອງພື້ນຖານເສດຖະກິດຫວຽດນາມ ເພີ່ມຂັ້ນແມ່ນຍ້ອນສະພາບການເງິນຢູ່ພາຍໃນປະເທດໄດ້ຮັບການປັບປຸງ. ຫວຽດນາມ ຢືນອັນດັບທີ 17 ໃນຈຳນວນ 40 ພື້ນຖານເສດຖະກິດຢູ່ພາກພື້ນອາຊີ - ປາຊີຟິກ. ກອງທຶນດັ່ງກ່າວໃຫ້ຂໍ້ສັງເກດວ່າ, ການຈັດອັນດັບຂອງຫວຽດນາມ ສາມາດເພີ່ມຂຶ້ນຕື່ມອີກ ຖ້າຫາກລັັດຖະບານມີການກະທຳເພີ່ມເຕີ່ມ ເພື່ອຫັນບັນດາຂໍ້ກຳນົດການລົງທຶນ ແລະ ຂົງເຂດການເງິນເປັນເສລີ.

ຕອບກັບ

ຂ່າວ/ບົດ​ອື່ນ