ເພີ່ມ​ທະ​ວີ​ການ​ພັດ​ທະ​ນາໄມຕີຈິດມິດ​ຕະ​ພາບ ຫວຽດ​ນາມ - ເຊັກ​ໂກ

(VOVWORLD) -ກ່ອນຈະສິິ້ນສຸດອາຍຸການປະຕິບັດງານ, ໃນເດືອນມີຖຸນາ 2020, ທ່ານ ໂຮ່ມີນຕວ໊ນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ສ ຫວຽດນາມ ປະຈຳ ເຊັກໂກ ໄດ້ດຳເນີນພິທີການທາງການທູດດ້ວຍການເຂົ້າຢ້ຽມອຳລາການນຳຂັ້ນສູງຂອງ ເຊັກໂກ ແລະ ຄະນະທຸຕານຸທູດ.
ເພີ່ມ​ທະ​ວີ​ການ​ພັດ​ທະ​ນາໄມຕີຈິດມິດ​ຕະ​ພາບ ຫວຽດ​ນາມ - ເຊັກ​ໂກ - ảnh 1ທ່ານ ໂຮ່ມີນຕວ໊ນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ສ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: TTXVN) 

ໃນບັນດາການພົບປະ, ທ່ານ ໂຮ່ມີນຕວ໊ນ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍໍໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພັດທະນາໄມຕີຈິດມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງຊາດ ຫວຽດນາມ - ເຊັກໂກ, ມີປະຫວັດສາດອັນດີງາມຍາວນານມາເປັນເວລາ 70ປີ (2/1950-2/2020). ທ່ານ ໂຮ່ມີນຕວ໊ນ ກໍ່ສະແດງຄວາມຂອບໃຈຕໍ່ຝ່າຍ ເຊັກໂກທີ່ໄດ້ຕັ້ງໜ້າສະໜັບສະໜູນ ຫວຽດນາມ ໃນຕະຫຼອດວິວັດການມຸ່ງໄປເຖິງການລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ເອີລົບ (EVFTA). ບັນດາການນຳຂັ້ນສູງຂອງ ເຊັກໂກ ຕີລາຄາສູງບົດບາດຂອງ ທ່ານ ໂຮ່ມີນຕວ໊ນ ໃນອາຍຸການປະຕິບັດງານຢູ່ ເຊັກໂກ, ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການຊຸກຍູ້ການເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ.

ທ່ານນາຍົກລັດຖະມົນຕີ ເຊັກໂກ Andrej Babis ໃຫ້ຮູ້ວ່າ ຝ່າຍ ເຊັກໂກ ປາດຖະໜາຢາກໃຫ້ສອງຝ່າຍຊຸກຍູ້ເພື່ອໃຫ້ສາຍການບິນໂດຍກົງລະຫວ່າງ ປຣາຮາ ແລະ ຮ່າໂນ້ຍ ໄດ້ຮັບການຜັນຂະຫຍາຍໂດຍໄວໃນໄລຍະຈະມາເຖິງເພື່ອເພີ່ມທະວີການພັດທະນາດ້ານການຄ້າ, ການທ່ອງທ່ຽວໃຫ້ສົມກັບຄວາມສາມາດບົ່ມຊ້ອນ ແລະ ຄວາມຫວັງຂອງສອງປະເທດ.

ຫ໋າຍດັງ, ນັກຂ່າວ VOV ປະຈຳ ເຊັກໂກ

ຕອບກັບ

ຂ່າວ/ບົດ​ອື່ນ