ເພີ່ມທະວີການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ - ສິງກະໂປ

(VOVWORLD) -ທ່ານ ໂດ້ວັນຈຽນ ປາດຖະໜາວ່າ, ລັດຖະບານ ສິງກະໂປ ສືບຕໍ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ສິງກະໂປ ສືບຕໍ່ຮ່ຳຮຽນ, ເຮັດວຽກ
ເພີ່ມທະວີການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ - ສິງກະໂປ - ảnh 1ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດ້ວັນຈຽນ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດສິງກະໂປ Vivian Balakrishnan
(ພາບ: TTXVN)

ຕອນບ່າຍວັນທີ 21 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດ້ວັນຈຽນ, ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດສິງກະໂປ Vivian Balakrishnan, ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ທີ່ການຕ້ອນຮັບ, ທ່ານ ໂດ້ວັນຈຽນ ປາດຖະໜາວ່າ, ລັດຖະບານ ສິງກະໂປ ສືບຕໍ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ສິງກະໂປ ສືບຕໍ່ຮ່ຳຮຽນ, ເຮັດວຽກ, ໂດຍສະເພາະແມ່ນໃນສະພາບການໂລກລະບາດໂຄວິດ-19 ທີ່ຍັງມີການຜັນແປຢ່າງສັບສົນ. ທ່ານ ໂດ້ວັນຈຽນ ກໍ່ສະເໜີໃຫ້ ສິງກະໂປ ສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ແນວໂຮມປະເທດຊາດຫວຽດນາມ ແລະ ສະຫະສະມາຄົມປະຊາຊົນສິງກະໂປ ໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາເນື້ອໃນຮ່ວມມືໃນໄລຍະຈະມາເຖິງ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດ Vivian Balakrishnan ຢືນຢັນວ່າ: ໃນການພົວພັນຮ່ວມມືທາງດ້ານເສດຖະກິດ, ເລື່ອງສ້າງບັນດາເຂດອຸດສາຫະກຳຫວຽດນາມ - ສິງກະໂປ (VSIP) ຈະສືບຕໍ່ແມ່ນສັນຍະລັກຂອງການຮ່ວມມືທາງດ້ານເສດຖະກິດລະຫວ່າງ 2 ປະເທດ. ທ່ານລັດຖະມົນຕີ Vivian Balakrishnan ປາດຖະໜາວ່າ, ໃນໄລຍະຈະມາເຖິງ 2 ຝ່າຍຈະສືບຕໍ່ຍູ້ແຮງການຮ່ວມມື, ໂດຍສະເພາະແມ່ນໃນບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ