ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ຍີ່ປຸ່ນ ກວ່າອີກ

(VOVWORLD) - ວັນທີ 11 ມີນາ ທີ່ ສຳນັກງານຄະນະເລຂາ ອາຊຽນ ຢູ່ ຈາກາຕາ ປະເທດ ອິນໂດເນເຊຍ ໄດ້ດຳເນີນກອງປະຊຸມຄັ້ງທີ 14  ຄະນະກຳມະການຮ່ວມມືລວມ ອາຊຽນ - ຍີ່ປຸ່ນ ໂດຍທ່ານ ເຈີນດຶກບີງ ຫົວຫນ້າຜູ້ຕາງຫນ້າຫວຽດນາມ ປະຈຳ ອາຊຽນ ແລະ ທ່ານ Chiba Akira ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ອາຊຽນ ເປັນປະທານຮ່ວມ.

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ຍີ່ປຸ່ນ ກວ່າອີກ - ảnh 1ຜູ້ຕາງຫນ້າບັນດາປະເທດໃນຄະນະກຳມະການຮ່ວມ ອາຊຽນ - ຍີ່ປຸ່ນ

ພາບ:TTXVN

ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນທຸກຂົງເຂດຮ່ວມມື ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ວັດທະນະທຳ ສັງຄົມລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ.

ກ່ຽວກັບການກຳນົດທິດຮ່ວມມື, ອາຊຽນ ແລະ ຍີ່ປ່ນຸ ຈະບຸລິມະສິດເພີ່ມທະວີການຮ່ວມມືກ່ຽວກັບການເຊື່ອມຈອດ, ພັດທະນາພື້ນຖານໂຄງລ່າງ. ສອງຝ່າຍຈະສຸມແຫລ່ງກຳລັງໃຫ້ແກ່ການປະຕິບັດຮອບດ້ານບັນດາການເຄື່ອນໄຫວໃນແຜນການປີ 2017 ກ່ຽວກັບການປະຕິບັດຖະແຫລງການວິໄສທັດ ອາຊຽນ - ຍີ່ປຸ່ນ ແລະ ວິວັດທະນາການຍຸດທະສາດກ່ຽວກັບການຮ່ວມມືເສດຖະກິດ ໄລຍະ 10 ປີ ສະບັບປັບປຸງ.

ຍີ່ປຸ່ນ ຕີລາຄາສູງ ແລະ ສະຫນັບສະຫນູນບັນດາບຸລິມະສິດຂອງຫວຽດນາມ ໃນປີເປັນປະທານ ອາຊຽນ 2020 ກໍ່ຄືເນັ້ນຫນັກ ການຜັນຂະຫຍາຍ ການກຳນົດທິດ 3 ຢ່າງໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມື ອາຊຽນ - ຍີ່ປຸ່ນ ກ່ຽວກັບການ “ພັດທະນາ ມະນຸດ”, “ການສ້າງລະບອບລະບຽບການ” ແລະ “ການສະສົມປັນຍາ”.

ຕອບກັບ

ຂ່າວ/ບົດ​ອື່ນ