ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງຫວຽດນາມ ແລະ ເວເນຢູເອລາ

(VOVWORLD) - ຫວຽດນາມ ແລະ ເວເນຊູເອລາເຫັນດີເພີ່ມທະວີການແລກປ່ຽນບັນດາບັນຫາສາກົນແລະ ພາກພື້ນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ຮ່ວມມືຢູ່ບັນດາເວທີປາໄສຫລາຍຝ່າຍເປັນປະຈຳ ຊື່ງຫວຽດນາມ ແລະ ເວເນຊູເອລາ ແມ່ນສະມາຊິກ.

ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງຫວຽດນາມ ແລະ ເວເນຢູເອລາ - ảnh 1ທ່ານ ຟ້າມບີງມີງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດຫວຽດນາມ 
ພາບ:baoquocte.vn

ວັນທີ 5 ມິນາ, ທ່ານ ຟ້າມບີງມີງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການເຈລະຈາທາງອອນລາຍກັບ ລັດຖະມົນຕີການຕ່າງປະເທດ ເວເນຢູເອລາ ທ່ານ Jorge Arreaza ເພື່ອແລກປ່ຽນບັນດາມາດຕະການເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ.

ສອງຝ່າຍໄດ້ເຫັນດີ ຮັກສາການເຄື່ອນໄຫວຂອງບັນດາກົນໄກຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ພິເສດ ແມ່ນຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມແລະ ເວເນຢູເອລາ ແລະ ປຶກສາຫາລືດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດ, ເພີ່ມທະວີການແລກປ່ຽນລະຫວ່າງບັນດາກະຊວງ, ຂະແຫນງການ ແລະ ເຊື່ອມຕໍ່ວິສາຫະກິດ, ຊຸກຍູ້ການພົວພັນດ້ານການຄ້າ ການລົງທຶນ ແລະ ການຮ່ວມມືໃນບັນດາຂົງເຂດ ຊື່ງສອງຝ່າຍຕ່າງມີຄວາມສົນໃຈຄື: ກະສິກຳ, ນ້ຳມັນອາຍແກດສ, ສາທາລະນະສຸກ, ການຄ້າ, ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຍູ້ແຮງການເຄື່ອນໄຫວຂອງບັນດາສະມາຄົມມິດຕະພາບ ແລະ ພົວພັນແລກປ່ຽນປະຊາຊົນ.

ສອງຝ່າຍກໍ່ເຫັນດີເພີ່ມທະວີການແລກປ່ຽນບັນດາບັນຫາສາກົນແລະ ພາກພື້ນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ຮ່ວມມືຢູ່ບັນດາເວທີປາໄສຫລາຍຝ່າຍເປັນປະຈຳ ຊື່ງຫວຽດນາມ ແລະ ເວເນຊູເອລາ ແມ່ນສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ