ເພີ່ມທະວີການພົວພັນມິດຕະພາບຫວຽດນາມ-ລາວ-ກຳປູເຈຍ

ເພີ່ມທະວີການພົວພັນມິດຕະພາບຫວຽດນາມ-ລາວ-ກຳປູເຈຍ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 6/5, ທີ່​ສຳນັກງານ​ສູນ​ກາງ​ພັກກມມູນິດ ຫວຽດນາມ ທີ່​ຮ່າ​ໂນ້ຍ, ​ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາງ​ພັກ ທ່ານ ​ເລ​ຮົ່ງ​ແອ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ສປປ ລາວ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ  ອາຊາງ ລາວ​ລີ, ກຳມະການ​ກົມ​ການ​ເມືອງສູນ​ກາງ ພັກ​ປະຊາຊົນ​ປະຕິວັດ ລາວ ນຳ​ໜ້າ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ລາຊະ​ອານາຈັກ ກຳປູ​ເຈຍ ​ໂດຍ​ທ່ານນາງ​ຮອງ​ນາຍົກລັດຖະມົນຕີ Men Xom On, ກຳ​ມະ​ການຄະນະ​ປະຈຳ​ພັກ​ປະຊາຊົນ ກຳປູ​ເຈຍ ນຳ​ໜ້າ, ມາ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ໄຊຊະນະ ດ້ຽນບຽນ​ຝູ. ທີ່​ການ​ຕ້ອນຮັບ, ທ່ານ ​ເລ​ຮົ່ງ​ແອ​ງ ​ໄດ້​ຊົມ​ເຊີຍ ທ່ານ​ຮອງ​ນາຍົກລັດຖະມົນຕີ ລາວ ອາຊາ​ງ ລາວ​ລີ, ທ່ານ​ນາງຮອງ​ນາຍົກ​ລັດຖະມົນຕີ ກຳປູ​ເຈຍ Men Xom On ພ້ອມ​ກັບ ຄະນະ​ຜູ້​ແທນ ລາວ ​ແລະ ກຳປູ​ເຈຍ ມາ​ເຂົ້າ​ຮ່ວມພິທີ​ສະ​ເຫຼີ​ມສະຫຼອງ​ໄຊຊະນະ ດ້ຽນບຽນ​ຝູ ປະ​ຫວັດ​ສາດ​ເຊິ່ງ​ເປັນ​ການສະ​ແດງ​ນ້ຳ​ໃຈ​ສາມັກຄີ, ສິດ​ໜິດຕິດ​ພັນ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ ປະຊາຊົນ ລາວ, ກຳປູ​ເຈຍ ກັບ​ປະຊາຊົນ ຫວຽດນາມ. ທ່ານ ​ເລ​ຮົ່ງ​ແອ​ງ ຢືນຢັນ​ວ່າ: ພັກ, ລັດ, ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນຕ່າງໆຂອງ ຫວຽດນາມ ​ເຮັດ​ຈົນ​ສຸ​ດຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນຮ່ວມ​ມື​ກັບ ພັກ, ລັດຖະບານ, ບັນດາ​ກະ​ຊວງ, ຂະ​ແໜງ​ການ​ຂອງ ລາວ ​ແລະ ກຳປູ​ເຈຍ ຍິ່ງ​ກ່ວາ​ອີກ. ພ້ອມ​ກັນ​ນັ້ນ, ກໍ່ສືບ​ຕໍ່​ຜັນ​ຂະຫຍາຍການປະຕິບັດ​ບັນດາ​ຂໍ້​ຕົກລົງ​ເຊິ່ງການ​ນຳ​ຂັ້ນ​ສູງ ຂອງ ຫວຽດນາມ ​ແລະ ລາວ, ກຳປູ​ເຈຍ ບັນລຸ​ໄດ້​ຢ່າງ​ມີປະສິດທິ​ຜົນ, ​ເສີ​ມຂະຫຍາຍ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ, ສະໜິດ​ແໜ້ນ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ ຫວຽດນາມ ກັບ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ສະໜິດສະໜົມກ່ວາ​ອີກ, ປະກອບສ່ວນ​​ເຂົ້າ​ໃນ​ຄວາມ​ວັ​ດທະນາ​ຖາວອນ​ລວມຂອງ​ສະຫະ​ສະມາຄົມ​ບັນດາ​ປະ​ເທດ ອາຊີ ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້ (ອາ​ຊຽນ).


ຂ່າວ/ບົດ​ອື່ນ