ເພີ່ມທະວີການພົວພັນຮ່ວມມືປ້ອງກັນຄວາມສະຫງົບລະຫວ່າງຫວຽດນາມ - ອາເມລິກາ

(VOVWORLD) -ກະຊວງຕຳຫຼວດຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນ, ສົມທົບກັບສະຖານທູດອາເມລິກາ ປະຈຳຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຮັບໃຊ້ຜົນປະໂຫຍດລວມຂອງ 2 ປະເທດ, ປະກອບສ່ວນແກ້ໄຂ, ຈຳກັດບັນດາຄວາມແຕກໂຕນໃນການພົວພັນ 2 ຝ່າຍ
ເພີ່ມທະວີການພົວພັນຮ່ວມມືປ້ອງກັນຄວາມສະຫງົບລະຫວ່າງຫວຽດນາມ - ອາເມລິກາ - ảnh 1ທີ່ການຕ້ອນຮັບອຸປະທູດອາເມລິກາ ປະຈຳຫວຽດນາມ Christopher Klein
(ພາບ: cand.com.vn)

ຕອນບ່າຍວັນທີ 26 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນຕີ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບອຸປະທູດອາເມລິກາ ປະຈຳຫວຽດນາມ Christopher Klein. ທີ່ການຕ້ອນຮັບ, ທ່ານຮອງລັດຖະມົນຕີີ ເລືອງຕາມກວາງ ຢືນຢັນວ່າ: ກະຊວງຕຳຫຼວດຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນ, ສົມທົບກັບສະຖານທູດອາເມລິກາ ປະຈຳຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຮັບໃຊ້ຜົນປະໂຫຍດລວມຂອງ 2 ປະເທດ, ປະກອບສ່ວນແກ້ໄຂ, ຈຳກັດບັນດາຄວາມແຕກໂຕນໃນການພົວພັນ 2 ຝ່າຍ, ປັບປຸງຄວາມໄວ້ເນື້ອເຊືີ່ອໃຈທາງດ້ານຍຸດທະສາດ, ນຳການພົວພັນ 2 ຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ.

ທ່ານຮອງລັດຖະມົນຕີ ເລືອງຕາມກວາງ ສະເໜີໃຫ້ສະຖານທູດອາເມລິກາ ເພີ່ມທະວີການໜູນຊ່ວຍ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19; ສືບຕໍ່ສະໜັບສະໜູນ ແລະ ຊຸກຍູ້ການພົວພັນ 2 ຝ່າຍຫວຽດນາມ - ອາເມລິກາ ເວົ້າລວມ, ການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ບັນດາອົງການຄູ່ຮ່ວມມືອາເມລິກາ ເວົ້າສະເພາະໃນບັນດາຂົງເຂດປ້ອງກັນຄວາມສະຫງົບ, ຄວາມປອດໄພທາງເຄືອຂ່າຍອີນເຕີເນັດ, ຄວາມໝັ້ນຄົງດ້ານພະລັງງານ, ການປ່ຽນແປງຂອງດິນຟ້າອາກາດ, ການປ້ອງກັນ ຕ້ານອາດຊະຍາກຳຂ້າມຊາດ, ການກໍ່ການຮ້າຍ…

ສ່ວນທ່ານChristopher Klein ເຊື່ອໝັ້ນວ່າ,  ໃນໄລຍະຈະມາເຖິງ, ການພົວພັນຮ່ວມມືໃນວຽກງານລະຫວ່າງບັນດາອົງການທີ່ມີໜ້າທີ່ຂອງ ອາເມລິກາ ແລະ ກະຊວງຕຳຫຼວດຫວຽດນາມ ຈະສືບຕໍ່ໄດ້ຮັບການຍູ້ແຮງກວ່າອີກ, ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ